Top Ad

header ads

ລາວປະກາດຮັບຮອງເອົາເປົ້າໝາຍການພັດທະນາ ແບບຍືນຍົງ ທີ 18

ໜຶ່ງໃນເຫດການສຳ ຄັນປິ່ນອ້ອມກອງປະຊຸມສຸດ ຍອດອາຊຽນ ແມ່ນການປະ ກາດການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນ ຍົງທີ 18 ຊຶ່ງມີເປົ້າໝາຍສ້າງ ຊີວິດປອດໄພຈາກລະເບີດບໍ່ ທັນແຕກທີ່ຕົກຄ້າງໃນ ສປປ ລາວ.
ພິທີປະກາດຮັບຮອງການ ຈັດຕັ້ງປະຕິບັດເປົ້າໝາຍດັ່ງ ກ່າວ ມີຂຶ້ນໃນວັນທີ 7 ກັນຍາ ນີ້ ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍແມ່ນ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ບານກີມູນ ເລຂາທິ ການໃຫຍ່ ສະຫະປະຊາຊາດ (ສປຊ), ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີເຂົ້າຮ່ວມນຳ.
ເປົ້າໝາຍການພັດທະນາ ແບບຍືນຍົງທີ 18 ແມ່ນເປົ້າ ໝາຍໃໝ່ທີ່ເພີ່ມເຂົ້າໃນຈຳ ນວນເປົ້າໝາຍການພັດທະນາ ແບບຍືນຍົງທັງໝົດ 17 ເປົ້າ ໝາຍທີ່ຖືກຮັບຮອງເອົາໃນ ກອງປະຊຸມສາກົນເປົ້າໝາຍ ດັ່ງກ່າວ ມີຄວາມສຳຄັນໃນວາ ລະການພັດທະນາແບບຍືນຍົງ ທີ່ໄດ້ປະກາດນຳໃຊ້ໃນທ້າຍ ປີນີ້.
ສປປ ລາວ ໄດ້ຮ່ວມກັບ ບັນດາປະເທດສະມາຊິກ ສປຊ ຈຳນວນ 192 ປະເທດ ຮັບ ຮອງເອົາເປົ້າໝາຍການພັດ ທະນາແບບຍືນຍົງ ໃນກອງປະ ຊຸມສະມັດຊາໃຫຍ່ທີ່ນະຄອນ ນິວຢອກໃນເດືອນກັນຍາ 2015 ຜ່ານມາ ແລະ ໄດ້ ເຊື່ອມສານເຂົ້າກັບແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ນະໂຍບາຍແຫ່ງຊາດ.
ບັນດາເປົ້າໝາຍການ ພັດທະນາເຫຼົ່ານີ້ ມີຈຸດປະສົງ ເພື່ອລົບລ້າງຄວາມທຸກຍາກ ຂອງປະຊາຊົນ, ຄວາມບໍ່ຍຸຕິ ທຳ, ຄວາມບໍ່ສະເໝີພາບລະ ຫວ່າງຍິງ-ຊາຍ ແລະ ການ ປ່ຽນແປງດິນຟ້າອາກາດພາຍ ໃນປີ 2030, ສະນັ້ນ ສິ່ງດັ່ງ ກ່າວນີ້ ຈະເຮັດໃຫ້ບັນດາປະ ເທດໃນທົ່ວໂລກໄປຕາມທິດ ທາງການພັດທະນາແບບຍືນ ຍົງ.
ສປປ ລາວ ໄດ້ສ້າງເປົ້າ ໝາຍການພັດທະນາແບບຍືນ ຍົງ ໂດຍຕິດພັນກັບວຽກງານ ເກັບກູ້ລະເບີດບໍ່ທັນແຕກ ໂດຍ ມີຈຸດປະສົງຫຼຸຸດຜ່ອນຈຳນວນ ຜູ້ບາດເຈັບຈາກລະເບີດບໍ່ທັນ ແຕກ, ຊ່ວຍເຫຼືອຜູ້ຖືກເຄາະ ຮ້າຍ ແລະ ເກັບກູ້ລະເບີດໃນ ພື້ນທີ່ດິນກະສິກຳ ເພື່ອໃຫ້ປະ ຊາຊົນມີພື້ນທີ່ເຮັດການຜະລິດ, ນອກຈາກນີ້ ຍັງເປັນປະເທດ ນຳໜ້າໃນການສະໜັບສະໜູນ ສົນທິສັນຍາຕໍ່ຕ້ານການໃຊ້ລະ ເບີດບົ່ມບີ ຊຶ່ງເປັນສົນທິສັນຍາ ບັງຄັບໃຊ້ໃນປີ 2010 ຊຶ່ງລັດ ພາຄີຂອງສົນທິສັນຍາດັ່ງກ່າວ ຕ້ອງເກັບກູ້ ແລະ ທຳລາຍຄັງ ສາງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກລະເບີດບົ່ມບີ.
ໃນວັນດຽວກັນນີ້ ທີ່ຫໍປະ ຊຸມແຫ່ງຊາດ ກໍໄດ້ມີພິທີລົງ ນາມຂອບການຮ່ວມມືໃນ 5 ປີ ຕໍ່ໜ້າ ເພື່ອການພັດທະນາລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະ ຊາຊາດ ໂດຍແມ່ນທ່ານ ສະ ເຫຼີມໄຊ ກົມມະສິດ ລັດຖະ ມົນຕີກະຊວງການຕ່າງປະ ເທດ ແລະ ທ່ານ ຄາຣີນາ ອິມ ໂມເນັນ ຜູ້ປະສານງານອົງການ ສະຫະປະຊາຊາດ ປະຈຳ ສປປ ລາວ ໂດຍມີທ່ານ ບານກີມູນ ແລະ ທ່ານ ສົມດີ ດວງດີ ຮອງ ນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ເຂົ້າຮ່ວມ ເປັນສັກຂີພິຍານ.

ທີ່ມາແຫຼ່ງຂ່າວ:​ໜັງສືພິມ ປະຊາຊົນ
Ad