Top Ad

header ads

ໃຊ້​ເວລາ​ພຽງ​ 5 ນາ​ທີ​ ກໍ​ສາມາດ​ກຳຈັດ​ສິວ​ຫົວ​ດຳ​ ດ້ວຍ​ວິທີ​ບ້ານ​ໆ​ ທີ່​ງ່າຍ..ສຸດ​ງ່າຍ​

ສິວ​ຫົວ​ດຳ​ມັກ​ຈະ​ປາກົດ​ເທິງ​ດັງ​, ແກ້ມ​, ຄໍ​ ແມ້ກ​ະ​ທັ່ງ​ເທິງ​ໄຫຼ່​ຂອງ​ເຈົ້າ​ ແນ່ນອນ​ມັນ​ເປັນ​ສິ່ງ​ທີ່​ບໍ່​ໜ້າເບິ່ງເລີຍ​ ດັ່ງ​ນັ້ນ​ຜູ້ຄົນ​ສ່ວນ​ຫຼາຍ​ຈຶ່ງ​ສະແຫວ​ງ​ຫາ​ວິທີ​ທີ່​ງ່າຍ​ທີ່ສຸດ​ໃນ​ການ​ ກຳຈັດ​ສິວ​ຫົວ​ດຳ​ ແຕ່​ເຈົ້າ​ບໍ່​ຄິດວ່າ​ເຈົ້າ​ຄວນ​ຈະ​ຮູ້​ເພິ່ມຕື່ມ​ກ່ຽວກັບ​ຕົວ​ກະຕຸ້ນ​ທີ່​ ເປັນ​ສາ​ເຫດ​ໃນ​ການ​ເກີດ​ຈຸດ​ດ່າງ​ດຳ​ເທິງ​ຜິວ​ຂອງ​ເຈົ້າບໍ.

ສິວ​ຫົວ​ດຳ​ ຮູ​ຂຸມ​ຂົນ​ອຸດ​ຕັນ​ ໂດຍ​ປົກກະຕິ​ພວກ​ມັນ​ມັກ ​ປາກົດ​ຕົວ​ອອກ​ມາ​ ມີ​ຜົນ​ມາ​ຈາກ​ການ​ກິນ​ອາຫານ​ທີ່​ບໍ່​ດີ​ ພາ​ວະ​ທີ່​ຂາດ​ຄວາມ​ສົມ​ດຸນ​ຂອງ​ຮໍ​ໂມນ​ ຜິວ​ມັນ​ ແລະ​ ຜົມ​ມັນ​.
ແມ່ນແລ້ວ ເຈົ້າ​ມັກ​ວິທີ​ການຮັກສາ​ເຫຼົ່າ​ນີ້​ ແຕ່​ຄຳ​ຖາມ​ຖັດ​ໄປ​ຂອງ​ເຈົ້າ​ ອາດຈະ​ເປັນ​ວິທີ​ການ​ກຳຈັດ​ສິວ​ຫົວ​ດຳ​ເມື່ອ​ມັນ​ປາ ກົດ​ອອກ​ມາ.​
ລອງ​ສ່ວນ​ປະສົມ​ທີ່​ແສນ​ງ່າຍ​ຈາກ​ທຳມະຊາດ​ທັງ​ໝົດ​ນີ້​​:

ໝາກ​ນາວ​ ½ ໜ່ວຍ​
ນ້ຳ​ເຜີ້ງ​

ກຽມ​
ຢົດ​ນ້ຳເ​ຜີ້ງ​ໃສ່​​ໜ້ອຍ​ໜຶ່ງລົງ​ເທິງໝາກ​ນາວ​ທີ່​ຜ່າເຄິ່ງ​ ແລະ ​ຖູ​ເບົາ​ໆ​ໃຫ້​ທົ່ວ​ໃບ​ໜ້າ​ຂອງ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ເປັນ​ພິເສດ​ກົງ​ບໍລິເວນ​ຜິວ​ທີ່​ມີ​ບັນຫາ​ ພາຍ​ຫຼັງ​ 5-7 ນາ​ທີ​ ໃຫ້​ເຈົ້າ​ລ້າງ​ໜ້າ​ຂອງ​ເຈົ້າ​ ຈຳ​ໄວ້​ວ່າ​ເຈົ້າ​ຄວນ​ໃຊ້​ນ້ຳ​ເຢັນ​ສະເໝີ​ ຫຼັງ​ຈາກ​ການ​ຮັກສາ​ເທື່ອ​ທຳອິດ​ເຈົ້າ​ຈະ​ເຫັນ​ສະພາບ​ຜິວ​ທີ່​ດີ​ຂຶ້ນ​ ຜິວ​ຂອງ​ເຈົ້າ​ຈະ​ນຸ່ມ​ ແລະ ​ສະ​ອາດ​ເບິ່ງ​ແຍງ​ຮັກສາ​ຊ້ຳ​ອີກ​ສອງ​ສາມ​ເທື່ອ​ຕາມ​ຄວາມ​ຕ້ອງ​ການ​.
Ad