Top Ad

header ads

ທ່ານ ບາຣັກ ໂອບາມາ ມີກຳນົດຢ້ຽມຢາມລາວ 5 ກັນຍານີ້

       ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ, ພະ ນະທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງສະຫະລັດອາ ເມລິກາ ພ້ອມດ້ວຍຄະນະຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງເປັນ ທາງການ ແຕ່ວັນທີ 5-7 ກັນ ຍາ 2016 ເພື່ອເປັນການເສີມ ຂະຫຍາຍການພົວພັນ ແລະຮ່ວມມືອັນດີລະຫວ່າງ ສປປ ລາວ ແລະສະຫະລັດອາເມ ລິກາໃຫ້ນັບມື້ນັບດີຂຶ້ນ.

    ປະຫວັດຫຍໍ້ຂອງທ່ານ ປະທານາທິບໍດີ ບາຣັກ ໂອບາມາບາຣັກ ໂອບາມາ ເປັນປະທານາທິບໍດີຄົນທີ 44​ ຂອງສະຫະລັດອາເມລິກາ ປະຫວັດຄວາມເປັນມາຂອງເພິ່ນ ສະແດງໃຫ້ເຫັນເຖິງສິ່ງທີ່ຄົນອາເມລິກາໃຫ້ຄວາມສຳ ຄັນຄື: ຄອບຄົວທີ່ອົບອຸ່ນ, ຄວາມດຸໝັ່ນໃນການເຮັດວຽກ ແລະເອົາການສຶກສາເປັນ ປັດໄຈສຳຄັນຂອງຄວາມກ້າວໜ້າ ແລະຍັງເຊື່ອໝັ້ນວ່າ ຊີວິດທີ່ມີຄວາມໝາຍຄືການຢູ່ເພື່ອຮັບໃຊ້ຜູ້ ອື່ນ.
     ພໍ່ຂອງເພິ່ນແມ່ນມາຈາກປະເທດ ເຄນຢາ ແລະ ແມ່ມາຈາກລັດແຄນຊັສ ປະທານາທິບໍດີ ໂອບາມາ ແມ່ນເກີດຢູ່ ຮາວາຍ ໃນວັນທີ 4 ສິງຫາ 1961 ເພິ່ນ ເຕີບໃຫຍ່ຂຶ້ນໂດຍມີພໍ່ຕູ້ເປັນຜູ້ຊ່ວຍລ້ຽງດູ ຊຶ່ງພໍ່ຕູ້ເພິ່ນເອງໄດ້ເຮັດວຽກຢູ່ກອງ ທັບທະຫານແພັດຕັນ ແລະມີແມ່ຕູ້ທີ່ເຮັດ ວຽກຢ່າງຕັ້ງໜ້າ ແລະຜັກດັນຕົນເອງ ຈາກຕຳແໜ່ງເລຂາທົ່ວໄປ ຈົນໄດ້ເລື່ອນ ຂັ້ນມາເປັນຜູ້ບໍລິຫານລະດັບກາງຂອງ ທະນາຄານ.
     ຫຼັງຈາກທີ່ຮຽນຈົບມະຫາວິທະຍາ ໄລ ໂດຍໄດ້ຮັບການສະໜັບສະໜູນຜ່ານ ທຶນການສຶກສາ ແລະເງິນກູ້ຢືມສຳລັບ ການສຶກສາແລ້ວ ທ່ານປະທານາທິບໍດີ ໂອບາມາໄດ້ຍ້າຍໄປຊິຄາໂກ ບ່ອນທີ່ ເພິ່ນ ໄດ້ເຮັດວຽກຮ່ວມກັບກຸ່ມຄົນຈຳນວນໜຶ່ງ ຢູ່ໂບດ ເພື່ອຊ່ວຍເຫຼືອກ່ຽວກັບການຟື້ນຟູ ຊຸມຊົນ ຈາກຜົນກະທົບຂອງການປິດໂຮງງານເຫຼັກໃນເຂດທ້ອງຖິ່ນ.
     ເພິ່ນໄດ້ເຂົ້າໂຮງຮຽນກົດໝາຍ ຊຶ່ງ ເປັນບ່ອນທີ່ເພິ່ນໄດ້ກາຍເປັນປະທານຄົນ ທຳອິດທີ່ເປັນຄົນອາເມລິກາ ເຊື້ອຊາດ ອາຟຣິກາ ຈາກການປະມວນຂອງໂຮງ ຮຽນກົດໝາຍຮາເວີດ ຫຼັງຈາກຮຽນຈົບ ເພິ່ນໄດ້ກັບຄືນໄປ ຊິຄາໂກ ເພື່ອຊ່ວຍນຳ ພາການລົງທະບຽນຂອງຜູ້ລົງຄະແນນ ສຽງ, ສິດສອນກົດໝາຍວ່າດ້ວຍລັດຖະ ທຳມະນູນຢູ່ມະຫາວິທະຍາໄລຊິຄາໂກ ແລະຍັງສືບຕໍ່ປະຕິບັດວຽກເພື່ອຊຸມຊົນ.
     ໃນໄລຍະເວລາຫຼາຍປີຂອງການເປັນລັດຖະກອນຂອງປະທານາທິບໍດີໂອບາ ມາ ແມ່ນມາຈາກຄວາມເຊື່ອໝັ້ນອັນເດັດ ດ່ຽວໃນການຮວບຮວມຄົນເຂົ້າກັນເພື່ອ ສ້າງການປ່ຽນແປງທີ່ດີທາງການເມືອງ ຢູ່ສະພາຂັ້ນສູງຂອງລັດອິລິນອຍ ເພິ່ນໄດ້ ຜ່ານການປະຕິຮູບແຜນແມ່ແບບທີ່ຖືເປັນ ຄັ້ງທຳອິດໃນຮອບ 25 ປີ ວ່າດ້ວຍການ ຕັດອາກອນສຳລັບຄອບຄົວຜູ້ເຮັດວຽກ ແລະເພີ່ມນະໂຍບາຍການຮັກສາສຸຂະ ພາບສຳລັບເດັກນ້ອຍ ແລະພໍ່ແມ່ ໃນຖາ ນະເປັນສະມາຊິກສະພາສູງ ເພິ່ນຍັງໄດ້ ມີສ່ວນຮ່ວມໃນການຜັກດັນໃຫ້ສະມາຊິກ ສະພາເກີດການປະຕິຮູບດ້ວຍການວາງ ມາດຕະການຄວບຄຸມການນຳໃຊ້ອາວຸດ ທີ່ອັນຕະລາຍທີ່ສຸດຂອງໂລກ ແລະນຳ ຄວາມໂປ່ງໃສມາສູ່ລັດຖະບານດ້ວຍ ການນຳເອົາແຜນການໃຊ້ຈ່າຍຂອງລັດ ຖະບານເຂົ້າສູ່ລະບົບອອນລາຍ.
     ເພິ່ນໄດ້ຖືກຄັດເລືອກເປັນປະທານາ ທິບໍດີ ຄົນທີ 44 ຂອງສະຫະລັດອາເມລິ ກາ ໃນວັນທີ 4 ພະຈິກ 2008 ແລະໄດ້ ເຂົ້າພິທີສາບານຕົນໃນວັນທີ 20 ມັງ ກອນ 2009 ຫຼັງຈາກນັ້ນ ເພິ່ນກໍຖືກ ເລືອກເປັນປະທານາທິບໍດີອີກຄັ້ງໃນປີ 2012 ທ່ານປະທານາທິບໍດີ ໂອບາມາ ໄດ້ເປັນປະທານາທິບໍດີສະໄໝທີສອງ ແລະ ເປັນສະໄໝສຸດທ້າຍ ຊຶ່ງຈະສິ້ນສຸດ ວາລະໃນທ້າຍເດືອນມັງກອນ 2017.
ປະທານາທິບໍດີໂອບາມາ ແລະພັນ ລະຍາ ທ່ານ ນາງ ມິເຊວ ແມ່ນຄວາມ ພາກພູມໃຈໃນການເປັນພໍ່ແມ່ທ່ີມີລູກ ສາວຂອງຕົນຄື: ມາເລຍ ແລະ ຊາຊາ.

ທີ່ມາ ເສດຖະກິດສັງຄົມ
Ad