Top Ad

header ads

ຊຳຊຸງເອີ້ນຄືນ “ກາແລັກຊີໂນດ 7” ທົ່ວໂລກ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ເມື່ອວັນທີ 2 ກັນຍາ ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວໃນບໍລິສັດຊຳຊຸງ ເຊິ່ງເຜີຍແຜ່ກັບສຳນັກຂ່າວຍອນຮັບຂອງເກົາຫຼີໃຕ້ ວ່າຜູ້ບໍລິຫານກຳລັງພິຈາລະນາເອີ້ນຄືນ “ກາແລັກຊີໂນດ 7” ເຊິ່ງເປັນສະມາດໂຟນຮຸ່ນລ່າສຸດຂອງບໍລິສັດ ແຕ່ຍັງບໍ່ມີການກຳນົດຮອບໄລຍະເວລາ ແລະຈຳນວນສິນຄ້າທີ່ຈະມີການເອີ້ນຄືນຢ່າງເປັນທາງການ
ຢ່າງໃດກໍ່ຕາມ ຊຳຊຸງປະກາດເລື່ອນເປີດໂຕກາແລັກຊີໂນດ 7 ໃນຕະຫຼາດສຳຄັນຫຼາຍແຫ່ງໃນເອີຣົບ ທີ່ລວມເຖີງອັງກິດແລະຝລັ່ງອອກໄປກ່ອນຢ່າງບໍ່ມີກຳນົດ ແລະລະງັບການສົ່ງສະມາດໂຟນຮຸ່ນນີ້ໄປຍັງສະຫະລັດຊົ່ວຄາວ ຫຼັງລະງັບການສົ່ງສິນຄ້າໃຫ້ກັບຜູ້ບໍລິຫານເຄື່ອຂ່າຍສັນຍານໂທລະສັບ ແລະອິນເຕີເນັດລາຍໃຫຍ່ 3 ແຫ່ງໃນເກົາຫຼີໃຕ້ແລ້ວ ເພື່ອກວດສອບຄຸນນະພາບເພີ້ມຕື່ມ ໂດຍປະຕິເສດລົງເລິກໃນລາຍລະອຽດ
ທັງນີ້ຄວາມເຄື່ອນໄຫວດັ່ງກ່າວຂອງຊຳຊຸງ ເປັນຜົນຈາກການລາຍງານຂອງສື່ດ້ານເທັກໂນໂລຢີຫຼາຍແຫ່ງ ແລະຄຳວິຈານຈາກຜູ້ໃຊ້ສິນຄ້າໃນຫຼາຍປະເທດ ອ້າງວ່າເກີດໄຟລຸກໄໝທີ່ໂຕເຄື່ອງຮຸ່ນນີ້ຂະນະສຽບສາຍສາກ ເຊິ່ງອາດເປັນບັນຫາທີ່ກ່ຽວຂ້ອງກັບແບ໋ດເຕີລີ້ ດ້ານເຄຣດິດສະວິດເຊິ່ງເປັນສະຖາບັນການເງິນຂະໜາດໃຫຍ່ ຂອງສະວິດເຊີແລນວິເຄາະແລະປະເມີນວ່າ ການເອີ້ນຄືນຫຼືລະງັບການຈຳໜ່າຍກາແລັກຊີໂນດ 7 ອາດສ້າງຄວາມເສຍຫາຍໃຫ້ກັບຊຳຊຸງຫຼາຍເຖິງ 1,340 ລ້ານໂດລ້າສະຫະລັດ

ແຫຼ່ງຂ່າວ: ເດລິນິວ
Ad