Top Ad

header ads

ນໍ້າຕົກຕາດຟານ ສຸດຍອດແຫຼ່ງທ່ອງທ່ຽວ ແຂວງຈຳປາສັກ


ນໍ້າຕົກຕາດຟານ ກໍ່ເປັນອີກແຫຼ່ງທ່ອງທ່ຽວໜຶ່ງທີ່ງົດງາມທີ່ສຸດ ເຊິ່ງຕັ້ງຢູ່ເຂດບ້ານຫລັກ 38 ເມືອງປາກຊ່ອງ ແຂວງ ຈໍາປາສັກ ຕາດຟານມີຄວາມສວຍສົດງົດງາມຫຼາຍແລະເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງມາເປັນເວລາດົນນານມາແລ້ວ ບໍລິເວນຕາດຟານມີເດີນຮາບພຽງໃນເນື້ອທີ່ 3250 ຕາແມັດແລະມີສາລາໜື່ງຫຼັງທີ່ເຮັດດ້ວຍໄມ້ ຕາດຟານເປັນຕາດສູງຊັນ ປະມານ 120 ແມັດ ມີນໍ້າສອງສາຍ ຫ້ວຍບັ້ງລຽງແລະຫ້ວຍຈິບຕົກໃສ່ກັນ ໃນຂະນະທີ່ອີກດ້ານໜື່ງຂອງຕາດນີ້ ແມ່ນເປັສວນກາເຟ ແລະສວນໝາກແຫນ່ງ ຂອງປະຊາຊົນພາຍໃນເຂດນີ້.


Ad