Top Ad

header ads

ສະຫະລັດຂະຫຍາຍຂອບເຂດຂວ້ມບາດເຄືອຂ່າຍຜູ້ນຳຣັສເຊຍ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 1 ກັນຍາວ່າ ກະຊວງການເງີນຂອງສະຫະລັດອອກຖະແຫຼງການເລື່ອງການເພີ້ມລາຍຊື່ ບຸກຄົນສັນຊາດລັດເຊຍອີກ 28 ຄົນເຂົ້າສູ່ບັນຊີດຳການຂ້ວມບາດຜູ້ຢູ່ໃກ້ຊິດປະທານປະເທດວາລາດິເມຍ ປູຕິນ ເຊິ່ງຍັງຄົງໃຫ້ການສະໜັບສະໜຸນກຸ່ມກະບົດແບ່ງແຍກດິນແດນໃນພາກຕາເວັນອອກຂອງຢູເຄຣນ ແລະເຄື່ອນໄຫວທາງການເມືອງໃນໃຄຣເມຍຕັ້ງແຕ່ເດືອນມີນາ 2014 ຫຼັງການລົງປະຊາມະຕິຂອງປະຊາຊົນໃນພື້ນທີ່ວ່າຕ້ອງການກັບໄປຢູ່ກັບຣັສເຊຍ ແຕ່ລັດຖະບານວໍຊິງຕັນເບິ່ງວ່າຜິດກົດໝາຍ
ທັງນີ້ ຜູ້ທີ່ຢູ່ໃນລາຍຊື່ແບ່ງອອກເປັນສະມາຊິກຂອງກອງກຳລັງແບ່ງແຍກດິນແດນໃນຢູເຄຣນ 17 ຄົນ ແລະເຈົ້າໜ້າທີ່ລະດັບສູງຂອງລັດມອສໂກອີກ 11 ຄົນເຊິ່ງປະຕິບັດໜ້າທີ່ຢູ່ໃນໃຄຣເມຍ ນອກຈາກນີ້ລັດຖະບານວໍຊິງຕັນຍັງຂື້ນບັນຊີດຳບໍລິສັດສັນຊາດຣັສເຊຍອີກຫຼາຍແຫ່ງ ທີ່ມີສຳນັກງານຢູ່ໃນໃຄຣເມຍ ເຊິ່ງອົງກອນທີ່ຢູ່ໃນລາຍຊື່ລວມເຖິງບໍລິສັດຮັບເໝົາກໍ່ສ້າງຂົວລາຍໃຫຍ່ທີ່ສຸດຂອງລັດເຊຍ ເຊິ່ງກຳລັງມີໂຄງການກໍ່ສ້າງຂົວເຊື່ອມລະຫວ່າງໃຄຣເມຍທີ່ຢູ່ທາງໃຕ້ຂອງຢູເຄຣນກັບແຜ່ນດິນໃຫຍ່ຂອງຣັສເຊຍ
ຂະນະທີ່ທຳນຽບເຄຣມລິນຍັງຄົງສະຫງວນທ່າທີຕໍ່ການຂະຫຍາຍຂອບເຂດ ມາດຕະການຂ້ວມບາດຂອງລັດຖະບານວໍຊິງຕັນ ທີ່ໃນຮອບນີການຂື້ນບັນຊີດຳບໍລິສັດກໍ່ສ້າງຖືວ່າໜ້າຈັບຕາທີ່ສຸດ ເນື່ອງຈາກໂຄງການກໍ່ສ້າງຂົວເຊື່ອມລະຫວ່າງໃຄຣເມຍກັບຮັສເຊຍມູນຄ່າ 212,000 ລ້ານຣູເບິນ ເປັນໂຄງການພັດທະນາທີ່ປູຕິນມີຄວາມຕັ້ງໃຈດຳເນີນການເພື່ອພັດທະນາເສດຖະກິດໃນພູມີພາກ ແລະຜູ້ບໍລິຫານສູງສຸດຂອງໂຄງການນີ້ຄື ທ່ານ ອາຄາດີ ໂຣແທນເບີກ ໝູ່ສະນິດຂອງຜູ້ນຳຣັສເຊຍເອງດ້ວຍ

ແຫຼ່ງຂ່າວ: ເດລິນິວ
Ad