Top Ad

header ads

ນັກມວຍລາວ ສິງນ້ອຍ ສໍກຸນລະວົງ ແລະ ກວາງ ຂວັນໃຈສີໂຄດ ຄວ້າໄຊຊະນະ ທັງຄູ່ ໃນລາຍການ ຊູບເປີມວຍໄທ



ລາຍການ ຊູບເປີມວຍໄທ ທີ່ສະໜາມມວຍ ເວີກພ່ອຍ ວັນສຸກ ທີ 9 ກັນຍາ ຜ່ານມານີ້, ສິງນ້ອຍ ສໍກຸນລະວົງ ນັກມວຍ ລາວ ຈາກຄ້າຍມວຍຊື່ດັງ ສໍກຸນລະວົງ ເອົາຊະນະຄະແນນ ວິຣະພົນ ສ.ສັກນະຣິນ ນັກມວຍ ຊາວໄທ ໄດ້ຢ່າງສວຍງາມ ໂດຍ ສິງນ້ອຍ ນຳໃຊ້ຄວາມມີຝີມື ໃນການອອກໝັດ ທີ່ແນ່ນອນ ແລະ ແຖມດ້ວຍການເຕະ ດ້ວຍແຄ້ງ ປະທະຄູ່ຕໍ່ສູ້ ຄົບ 3 ຍົກ.
     
ສ່ວນອີກຄູ່ໜຶ່ງເປັນການຊົກ ລະຫວ່າງ ກວາງ ຂວັນໃຈສີໂຄດ ນັກມວຍລາວ ພົບກັບ ແສນສັກດີ ວ. ສູນທອນນົນ ນັກມວຍ ຊາວໄທ, ຜົນການຊົກ ເປັນ ກວາງ ຂວັນໃຈສີໂຄດ ເປັນຜູ້ຊະນະ ໃນລາຍການນີ້. ຜົນງານຂອງນັກມວຍລາວ ຈາກຄ້າຍ ສໍກຸນລະວົງ ແລະ ຂວັນໃຈສີໂຄດ ໄດ້ສ້າງຄວາມພູມໃຈໃຫ້ຜູ້ຊົມພາຍໃນສະໜາມ ແລະ ແຟນມວຍ ຊາວລາວໄດ້ລຸ້ນ, ໄດ້ເຊຍກັນຢ່າງ ເຕັມທີ່.

ແຫລ່ງຂ່າວໄດ້ມາຈາກ : http://laosportnews.com
Ad