Top Ad

header ads

ອາເມລິກາຊ່ວຍລາວພັດທະນາພະລັງງານໄຟຟ້າແສງອາທິດ ແລະ ສ້າງຊັບພະຍາກອນມະນຸດ


 ພິທີລົງນາມການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມ ລິກາໃນການເຮັດບົດວິພາກພັດທະນາໂຮງໄຟຟ້າພະລັງງານແສງອາ ທິດຂະໜາດ 20 ເມກາວັດຢູ່ ສປປ ລາວການເປີດຫ້ອງການບໍລິສັດGeneral Electric (GE) ຢູ່ ສປປ ລາວ ແລະ ໂຄງການສ້າງທັກສະດ້ານນະວັດຕະກໍາໄດ້ມີຂຶ້ນໃນວັນທີ 5 ກັນຍານີ້ທີ່ນະຄອນ ຫລວງວຽງຈັນ,ໂດຍມີທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ດານຽວ ເອ ຄລູນທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບູນ ແລະ ທ່ານລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ທັນສະໄໝ ກົມມະສິດພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
            ສໍາລັບການເຮັດບົດວິພາກພັດທະນາພະລັງງານແສງອາທິດ ຖືວ່າເປັນໂຄງການຂະໜາດໃຫຍ່ຢູ່ລາວ,ສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຫລາຍກວ່າ 30 ພັນຄອບຄົວໂດຍແມ່ນຫ້ອງການ USTDA ໄດ້ສະໜອງທຶນໃຫ້ບໍລິສັດ ປາຊີຟິກ ສະຕາລ ຄາປີໂຕ ໃນການສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ທຸລະກິດ. ສ່ວນການເປີດຫ້ອງການຂອງບໍລິສັດ GE ຢູ່ລາວນັ້ນ ເພື່ອເຮັດວຽກຮ່ວມກັບລັດວິສາຫະກິດໄຟຟ້າລາວໃນການສຶກສາວິທີປັບປຸງເຄືອຂ່າຍສາຍສົ່ງທີ່ທັນສະໄໝ ແລະ ການຈໍາໜ່າຍໄຟຟ້າ ເພື່ອສາມາດເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນທັງຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊັບພະວິຊາ ເພື່ອສ້າງຊັບພະຍາກອນມະນຸດໃນຂະແໜງດັ່ງກ່າວ ແລະ ສໍາລັບໂຄງການສ້າງທັກສະດ້ານນະວັດຕະກໍາ ແມ່ນບໍລິສັດໄມໂຄຼຊອບ ໄດ້ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານລາວ ເພື່ອຊ່ວຍນັກສຶກສາ ແລະ ຜູ້ປະກອບການຂອງລາວສາມາດເຂົ້າເຖິງຫລັກສູດການຝຶກອົບຮົມໂດຍນໍາໃຊ້ເຕັກໂນໂລຊີຄລາວ (cloud technology) ທີ່ມີຄວາມທັນສະໄໝຫລ້າສຸດຂອງໄມໂຄຼຊອບ ເຊັ່ນ:  ເຕັກໂນໂລຊີວິສະວະກໍາການບັນຊີພາສາອັງກິດ ແລະ ອື່ນໆ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອໃຫ້ນັກສຶກສາໄວໜຸ່ມ ແລະ ຜູ້ປະກອບການທີ່ຕ້ອງການສ້າງທັກສະ ແລະ ຄວາມຮູ້ທີ່ຈໍາເປັນ ເພື່ອສາມາດແຂ່ງຂັນໃນຍຸກທີ່ມີການເຊື່ອມໂຍງກັບພາກພື້ນໄດ້ຫລາຍຂຶ້ນ. ບໍລິສັດໄມໂຄຼຊອບ ໃຫ້ຮູ້ວ່າ: ໃນໄລຍະສອງປີຜ່ານມາມີໄວໜຸ່ມຫລາຍກວ່າ 26 ລ້ານຄົນໃນ 18 ປະເທດທົ່ວໂລກໄດ້ເຂົ້າ
ຮ່ວມຝຶກອົບຮົມຫລັກສູດດັ່ງກ່າວແລ້ວ.

             ການລົງນາມຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ລາວຄັ້ງນີ້ມີຂຶ້ນໃນໂອກາດທີ່ທ່ານປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ໄດ້ເດີນທາງມາຢ້ຽມຢາມ ສ ປປ ລາວ ເປັນຄັ້ງປະຫວັດສາດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາຄັ້ງທີ 4 ແຕ່ວັນທີ 6-8 ກັນຍານີ້ທີ່ນະຄອນຫລວງວຽງຈັນ.


cr ລາວພັດທະນາ
Ad