Top Ad

header ads

ສິງໂຕທອງ ຂວັນໃຈສີໂຄດ ເອົາຊະນະ ແສນເກັ່ງ ສ. ສົມບັດ ໄດ້ຢ່າງສົມໃຈ, ໃນລາຍການ ແມ໋ກມວຍໄທ

ລາຍການ ແມ໋ກມວຍໄທ ວັນອາທິດ ທີ 4 ກັນຍາ 2016 ຜ່ານມາ, ເປັນການຊົກລະຫວ່າງ ສິງໂຕທອງ ນັກມວຍ ລາວ ຈາກຄ່າຍ ຂວັນໃຈສີໂຄດ ແລະ ແສນເກັ່ງ ສ. ສົມບັດ ນັກມວຍຊາວໄທ ເປັນຄູ່ທີ 3 ທີ່ສະໜາມມວຍ ແມ໋ກສະເຕດ່ຽມ ພັດທະຢາ.
     
ຜົນການຊົກເປັນ ສິງໂຕທອງ ຂວັນໃຈສີໂຄດ ລຸຍເອົາຊະນະ ແສນເກັ່ງ ສ. ສົມບັດ ນັກມວຍຊາວໄທ ໄດ້ຢ່າງສົມໃຈ.  ສິງໂຕທອງ ນຳໃຊ້ເທັກນິກ,  ຄວາມແຮງໃນການອອກອາວຸດ ແລະ ເດີນໜ້າໃສ່ຄູ່ຕໍ່ສູ້ ຄົບ 3 ຍົກ ແລ້ວກໍ່ຄວ້າໄຊຊະນະ ໃນລາຍການນີ້ໄດ້.
     
ສຳລັບ ແມ໋ກມວຍໄທ ຄູ່ທີ 6 ເປັນ ເສືອໃຫຍ່ ສໍຄຸນລາວົງ ພົບກັບ ບຸນມາກ ເພັດອາສິຣະ ນັກມວຍໄທ, ຜົນການຊົກ ເປັນ ເສືອໃຫຍ່ ສໍຄຸນລາວົງ ພາດທ່າ ເສຍໃຫ້ກັບ ບຸນມາກ ເພັດອາສິຣະ.


ແຫລ່ງຂ່າວໄດ້ມາຈາກ : http://laosportnews.com
Ad