Top Ad

header ads

ເມຍນັກການເມືອງອິນເດຍຂັບລົດແລມໂບກິນີ່ຕຳສາມລໍ້

ເມຍນັກການເມືອງຊື່ດັງຂອງອິນເດຍພາແລັມໂບກິນີ່ທີ່ຜົວຊື້ໃຫ້ເປັນຂອງຂວັນອອກທາງຄັ້ງທຳອິດ ພຸ່ງຕຳລົດສາມລໍ້ຂ້າງທາງໃນເມືອງມຸມໄບ
ທ່ານ ນາຍົນເລນທາ ເມທາ ສະມາຊິກສະພາຜູ້ແທນລາດສະດອນໃນລັດມະຫາລາດ ສັງກັດພັກພາຕິຍະ ຊົນຕະ (ບີເຈພີ) ຫາກໍ່ຊື້ລົດຍົນຫລູຊຸບເປີຄາ ແລັມໂບກິນີ່ໃຫ້ນາງ ຊູມານ ຜູ້ເປັນເມຍເພື່ອເປັນຂອງຂວັນວັນເກີດແຕ່ໃນຂະນະທີ່ນາງຂັບລົດຄັນໃຫມ່ອອກທາງຄັ້ງທຳອິດກໍ່ເກີດການສູນເສຍການຄວບຄຸມ ເຮັດໃຫ້ລົດເສຍຫລັກໄປຕຳເອົາລົດສາມລໍ້ທີ່ຈອດຢູ່ຂ້າງທາງໃນເມືອງມຸມໄບ ແຕ່ຍັງໂຊກດີທີ່ລົດສາມລໍ້ໄດ້ຮັບຄວາມເສຍຫາຍພຽງເລັກຫນ້ອຍ
ເຫດເກີດຕັ້ງແຕ່ວັນທີ 26 ສິງຫາແຕ່ຫາກໍ່ເປັນຂ່າວເມື່ອບໍ່ດົນຜ່ານມາ ຈາກຄິບສະແດງໃຫ້ເຫັນວ່າຫລັງຈາກຕຳແລ້ວ ນາງຊູມານຍອມລົງຈາກລົດ ແລະ ພະຍາຍາມຖອຍລົດອອກໄປຈາກທີ່ເກີດເຫດຕອນທີ່ຕຳຫລວດ ແລະ ຝູງຊົນເຂົ້າໄປຫຸມລົດນາງຈົນກະທັ້ງເຈົ້າຫນ້າທີ່ຮັກສາຄວາມປອດໄພທີ່ເຊື່ອວ່າເປັນບໍດິກາດຂອງຜົວນາງໄດ້ພະຍາຍາມເຂົ້າໄປແກ້ໄຂສະຖານະການ
ທ່ານ ເມທາ ໄດ້ໃຫ້ສຳພາດຫນັງສືພິມຮິນດູສະຖານໃນເວລາຕໍ່ມາຍືນຍັນວ່າ: ເມຍຂອງເຂົາມີປະສົບການໃນການຂັບລົດມາດົນ 18ປີ ແລະ ເຄີຍຂັບລົດນຳເຂົ້າຍ່າງອໍດີ້ ແລະ ລົດນຳເຂົ້າຍີ່ຫໍ້ດັງອື່ນໆ ເຂົາຈ່າຍຄ່າເສຍຫາຍໃຫ້ກັບຄົນຂົບສາມລໍ້ທັນທີ ສ່ວນແລັມໂບກິນີ່ກໍ່ພຽງໄປະແທກພຽງເລັກຫນ້ອຍ ແລະ ບໍໄດ້ຮັບຄວາມເສຍຫາຍແຕ່ຍ່າງໃດ
ຕໍ່ມາເມຍຂອງເຂົາໄດ້ໂພສຮູບກັບລົດຄັນໂປດດ້ວຍໃບຫນ້າຍິ້ມແຍ້ມແຈ່ມໃສວ່າ: ລົດທັງສອງຄັນບໍ່ໄດ້ເປັນຫຍັງແລ້ວ ກະລຸນາຢ່າຕີຄວາມຫມາຍກັນໄປຜິດໆ



ຂໍ້ມູນຈາກ: komchadluek
Ad