Top Ad

header ads

ຜູ້ຍິງ​ຄວນ​ອ່ານ​ ຜ້າ​ອະນາໄມ​ໃຊ້​ໃຫ້ເປັນ​ ຫຼຸດ​ສ່ຽງ​ມະ​ເຮັງ​ປາກ​ມົດລູກ​

ຜ້າ​ອະນາໄມ​ ຫຼື​ Sanitary Napkin (Pad) ສິ່ງ​ທີ່​ສາວ​ໆ​ທຸກ​ຄົນ​ຕ້ອງ​ໃຊ້​ທຸກ​ເດືອນ​ ແຕ່​ຈະ​ມີ​ຈັກຄົນ​​ທີ່​ໃຊ້​ໄດ້​ຢ່າງ​ຖືກ​ຕ້ອງ​ ມື້​ນີ້​ເຮົາ​ເລີຍ​ມີ​ເລື່ອງ​ກ່ຽວກັບ​ ຜ້າ​ອະນາໄມ​ມາ​ຝາກ​ສາວ​ໆ​ກັນ​.
1. ປ່ຽນ​ເລື້ອຍ​ຢ່າງ​ນ້ອຍ​ 2 ຜືນ​ ຄວາມ​ອັບ​ຊື້ນ​ຈະ​ເຮັດໃຫ້​ແບັກ​ທີ​ເລຍ​ໃນ​ຜ້າ​ເຕີບໃຫຍ່​ໄດ້​ດີ​ ຈົນ​ເຈົ້າ​ອາດຈະ​ຕິດ​ເຊື້ອ​ໃນ​ຊ່ອງຄອດ​ ຍິ່ງ​ຖ້າ​ສະ​ສົມ​ໄວ້​ດົນ​ໆ​ ຂໍ​ບອກ​ວ່າ​ນີ້​​ຕົວ​ການ​ມະ​ເຮັງ​ປາກ​ມົດລູກ.​
2. ຫຼີກ​ລ້ຽງ​ບ່ອນປຽກ​ ບໍ່​ຄວນ​ເກັບ​ຜ້າ​ອະນາໄມ​ໄວ້​ໃນ​ຫ້ອງ​ນ້ຳ​ ເຖິງ​ແມ່ນ​ເຈົ້າ​ຈະ​ເກັບ​ໃນ​ລິ້ນ​ຊັກ​ຫ່າງ​ໄກ​ຈາກ​ບັນດາ​ກັອກ​ນ້ຳ​ແລ້ວ​ກໍ​ ຕາມ​ ເພາະ ເນື້ອ​ຜ້າ​ທີ່​ອ່ອນ​ນຸ່ມ​ ອົມ​ຄວາມ​ຊື້ນ​ໄດ້​ດີ​ ເໝາະ​ຈະ​ເປັນ​ທີ່​ເຮ​ຮາ​ປາ​ຕີ້ຂອງ​ເຊື້ອ​ພະຍາດ​ເປັນ​ທີ່ສຸດ​ ເພື່ອ​ຄວາມ​ປອດໄ​ພ​ຄວນ​ເກັບ​ຜ້າ​ອະນາໄມ​ໄວ້​ໃນ​ທີ່​ທີ່​ແຫ້ງ​ສະ​ອາດ​ຢ່າງ​ ຕູ້​ເສື້ອ​ຜ້າ​ຈະ​ດີກວ່າ​.


3. ອ່ານ​ມື້​ໝົດ​ອາ​ຍຸ​ກ່ອນ​ໃຊ້​ ຜົນ​ສຳ​ຫຼວດ​ບອກ​ວ່າ​ມີ​ຜູ້ຍິງ​ບໍ່​ເຖິງ​ 1% ທີ່​ຈະ​ສັງເກດ​ມື້​ໝົດ​ອາ​ຍຸຂອງ​ ຜ້າ​ອະນາໄມ​ ທັງ​ໆ​ທີ່​ມັນ​ກໍຄືກັບ​ສິນ​ຄ້າ​ອື່ນ​ໆ​ ຍິ່ງ​ໃກ້​ມື້​ໝົດ​ອາ​ຍຸເທົ່າໃດ​ຄຸນນະ ພາບ​ກໍ​ຈະ​ແຮງຫຼຸດລົງ.​
4. ຜ້າ​ແບບ​ຊຶມ​ຊັບ​ຫຼາຍ​ປະໂຫຍດ​ນ້ອຍ​ ຜູ້ຍິງ​ບາງ​ຄົນ​ມັກ​ໃຊ້ຜ້າ​ອະນາໄມ​ ແບບ​ຊຶມ​ຊັບ​ໄດ້​ຫຼາຍ​ໆ​ ເພື່ອ​ທີ່​ຈະ​ບໍ່​ຕ້ອງ​ປ່ຽນ​ເລີຍ​ຕະຫຼອດ​ມື້​ ຂໍ​ບອກ​ວ່າ​ນິ້​ເປັນ​ຄວາມ​ຄິດ​ທີ່​ອັນຕະ ລາຍ​ຫຼາຍ​ ເພາະ​ເລືອດ​ເປັນ​ອາຫານ​ຂອງ​ເຊື້ອ​ແບັກ​ທີ​ເລຍ.​
ຫຼັກ​ການ​ໃຊ້​ຜ້າ​ອະນາໄມ​ທີ່​ຖືກ​ຄື​ຕ້ອງ​ປ່ຽນ​ທຸກ​ໆ​ 2 ຊົ່ວ​ໂມງ​ ເພື່ອ​ໃຫ້​​ສະ​ອາດ​ບໍ່​ອັບ​ຊື້ນ​ ວິທີ​ນີ້​ຊ່ວຍ​ຫຼຸດ​ໂອ​ກາດ​ການ​ເປັນ​ມະ​ເຮັງ​ປາກ​ມົດລູກ​ໄດ້​ອີກ​ທາງ​ໜຶ່ງ​ດ້ວຍ.
Ad