Top Ad

header ads

ຍີ່ປຸ່ນຈະສືບຕໍ່ຊ່ວຍເຫລືອລາວຫລາຍດ້ານ


 ໃນໂອກາດຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະ ມົນຕີຍີ່ປຸ່ນ ຊິນໂຊະ ອາເບະ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29ໃນລະຫວ່າງວັນທີ 6-8 ກັນຍານີ້ທີ່ນະ ຄອນຫລວງວຽງຈັນ ແລະ ໃນໂອກາດພົບປະສອງຝ່າຍຢ່າງເປັນທາງການລະຫວ່າງທ່ານນາຍົກລັດ ຖະມົນຕີ ຊີນໂຊະ ອາເບະ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ທອງລຸນ ສີສຸລິດ  ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໃນແລງວັນທີ 6 ກັນຍານີ້ໂດຍທັງສອງຝ່າຍໄດ້ຕົກລົງກ່ຽວກັບແຜນເສີມຂະຫຍາຍການພົວພັນຮ່ວມມືຍີປຸ່ນ-ລາວ ຊຶ່ງຖືວ່າເປັນບາດກ້າວໃໝ່ແຫ່ງການພົວພັນຮ່ວມມືຂອງສອງປະເທດໂດຍຍີ່ປຸ່ນຈະສືບຕໍ່ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດແຜນດັ່ງກ່າວໃຫ້ໄດ້ຮັບ
ໝາກຜົນໂດຍໄວເພື່ອຊ່ວຍພັດທະນາປະເທດລາວໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.

           ນອກຈາກນີ້ທ່ານນາຍົກລັດຖະມົນຕີ ຊີນໂຊະ ອາເບະ ໄດ້ຕີລາຄາສູງຕໍ່ການຮ່ວມມືລະ ຫວ່າງຍີ່ປຸ່ນ-ລາວ ໃນໄລຍະ 60 ປີຜ່ານມາ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າການພົວພັນຮ່ວມມືນັ້ນໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ສູງຂຶ້ນ ແລະ ມີຄວາມສະໜິດສະໜົມກັນໃນລະດັບລັດຖະບານກໍຄືປະຊາຊົນສອງປະເທດ,ພ້ອມທັງສະແດງຄວາມຂອບໃຈຕໍ່ການຈັດກິດຈະກໍາຍ່າງການກຸສົນຢູ່ນະ ຄອນຫລວງວຽງຈັນຂອງອະດິດນັກສຶກສາລາວທີ່ຮຽນຢູ່ປະເທດຍີປຸ່ນ ເພື່ອລະດົມທຶນຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວຢູ່ແຂວງມາໂມໂຕະປະເທດຍີ່ປຸ່ນ.

           ໃນໂອກາດນີ້ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ຕີລາຄາສູງຕໍ່ການມາຢ້ຽມ ຢາມລາວເປັນຄັ້ງທີ 2 ຂອງທ່ານ ຊີນໂຊະ ອາເບະ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ຊຶ່ງສະແດງເຖິງການໃຫ້ຄວາມສໍາຄັນຕໍ່ການພົວພັນລະຫວ່າງຍີ່ປຸ່ນກັບອາຊຽນເວົ້າລວມເວົ້າສະເພາະກໍຄືຍີ່ປຸ່ນກັບລາວ ທີ່ມີສາຍພົວພັນຮ່ວມມືກັນມາຢ່າງຍາວນານໃນຫລາຍດ້ານ ແລະ ກາຍ ເປັນພື້ນຖານສໍາຄັນຂອງການຍົກລະດັບເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດພ້ອມນີ້ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານຍີປຸ່ນເພື່ອການພັດທະນາຢູ່ ສປປ ລາວ ໃນໄລຍະຜ່ານມາໂດຍສະເພາະການສົ່ງອາສາສະໝັກຍີ່ປຸ່ນຫລາຍກວ່າ 800 ຄົນ ເຂົ້າມາເຮັດວຽກງານພັດທະນາຢູ່ທ້ອງຖິ່ນຕ່າງໆຂອງລາວ ລວມທັງການເຂົ້າມາລົງທຶນຂອງນັກທຸລະກິດຍີປຸ່ນກໍນັບມື້ເພີ່ມຂຶ້ນອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວມີການເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ.

Ad