Top Ad

header ads

ກົມອຸຕຸນິຍົມເຕືອນອາກາດຫນາວ ແລະ ຝົນຕົກ ລະຫວ່າງວັນ 5-7 ມັງກອນ 2017ນີ້


ກົມອຸຕຸນິຍົມ ແລະ ອຸຫົກກະສາດ ເຕືອນລະຫວ່າງວັນທີ 5 – 7 ມັງກອນ 2017 ອາກາດຍັງຈະໜາວເຢັນພ້ອມມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ມີລົມພັດແຮງຢູ່ ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ ແລະ ບໍລິຄຳໄຊ, ດັ່ງນັ້ນ ຈິ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ບໍ່ແມ່ປະຊາຊົນທີ່ອາໄສໃນເຂດດັ່ງກ່າວຈົ່ງມີສະຕິຮັກສາສຸຂະພາບ ເພື່ອຮັບມືກັບສະພາບອາກາດໜາວທີ່ມາພ້ອມກັບສະພາບຝົນ ເຊິ່ງອາດຈະເຮັດໃຫ້ເຈັບປ່ວຍໄດ້ງ່າຍພ້ອມນີ້ກໍ່ໃຫ້ມີສະຕິຕໍ່ສະພາບລົມພັດແຮງເຊິ່ງອາດຈະເກີດຂຶ້ນໄດ້ໃນໄລຍະດັ່ງກ່າວ.
Ad