Top Ad

header ads

ຜູ້ນຳເກົາຫຼີເໜືອ ປ່ອຍຄລິປຈຳລອງຍິງ "ຂີປະນາວຸດຂ້າມທະວີບ" ໃສ່ "ອາເມຣິກາ" ເຜົາທຸງຊາດອາເມຣິກາໄໝ້ກ້ຽງ


ເມື່ອວັນທີ 19 ເມສາ ທີ່ຜ່ານມາ ເວັບໄຊ້ຊື່ດັງມິເຣີ ມີລາຍງານວ່າ ສະຖານະການຂອງເກົາຫຼີເໜືອ ແລະ ອາເມຣິກາ ຍັງຄົງຕຶງຄຽດຢູ່ຢ່າງຕໍ່ເນື່ອງ ໂດຍທາງເກົາຫຼີເໜືອ ໄດ້ມີການອອກອາກາດ ເຜີຍແຜ່ຄລິປວີດີໂອຊວນເຊື່ອ ສະແດງການຂັບຮ້ອງປະສານສຽງ ຂອງກອງທັບທະຫານ ພ້ອມກັບການສາຍພາບຈຳລອງ ການປ່ອຍອາວຸດນິວເຄລຍ ໄປໂຈມຕີອາເມຣິກາ.




ໂດຍໃນຄລິປດັ່ງກ່າວ ສະແດງໃຫ້ເຫັນຈະຫຼວດຂະໜາດໃຫຍ່ ເຊິ່ງໜ້າຈະເປັນຂີປະນາວຸດຂ້າມທະວີບ ( Intercontinental Ballistic Missile ຫຼື ICBM) ຂີປະນາວຸດໄລຍະໄກ ທີ່ມີລັດສະໝີຄວາມສາມາດຂ້າມທະວີບ ຖືກປ່ອຍຂຶ້ນສູ່ທ້ອງຟ້າ ກ່ອນທີ່ຈະໄປຕົກໃນດິນແດນຂອງອາເມຣິກາ ເກີດແປວໄຟຂະໜາດໃຫຍ່ລຸກຂຶ້ນ ແລະ ທຳລາຍທຸກຊາດອາເມຣິກາ.

ໃນລາຍງານຍັງໄດ້ລະບຸອີກວ່າ ຄະນະນັກຮ້ອງປະສານສຽງ ໄດ້ມີການຮ້ອງເພັງໃໝ່ ກ່ຽວກັບຂີປະນາວຸດຂອງປະເທດ ເຊິ່ງເນື້ອເພັງມີຄຳວ່າ "ຄວາມພູມໃຈຂອງພວກເຮົາ ຂີປະນາວຸດຮວາຊອງ (Hwasong)" ແລະ "ມັນເຄື່ອນທີ່ໄດ້ໄວ ປານກັບແສງ ເພື່ອໄປທ້າທາຍຊາດມະຫາອຳນາດຈັກກະພັດ" ໂດຍຫຼັງຈາກການສະແດງສຳເລັດ ເຜີຍໃຫ້ເຫັນເຫຼົ່າກອງທັບທະຫານ ພາກັນຕົບມືສະໜັ່ນຫວັ່ນໄຫວ ໂດຍມີທ່ານຜູ້ນຳເກົາຫຼີເໜືອ ຄິມ ຈອງ-ອຶນ ຢືນໂບກມືໃຫ້.




ທັງນີ້ ເມື່ອປີທີ່ຜ່ານມາ ທາງການເກົາຫຼີເໜືອ ກໍ່ໄດ້ມີການເຜີຍແຜ່ຄລິປຊວນເຊື່ອ ທີ່ຄ້າຍກັນນີ້ອອກມາ ໂດຍມີຊື່ວ່າ "ໂອກາດສຸດທ້າຍ (Last Chance)" ຄວາມຍາວປະມານ 4 ນາທີ ເຜີຍໃຫ້ເຫັນພາບຂີປະນາວຸດ ຖືກຍິງອອກຈາກດິນແດນເກົາຫຼີເໜືອ ໂຈມຕີໄປຍັງອາເມຣິກາ ແລະ ທຸງຊາດກໍ່ຖືກເຜົາເຊັ່ນດຽວກັນ.



Ad