Top Ad

header ads

ຈັດໜັກຈັດເຕັມ...! ສະຫະລັດ ແລະ ຈີນ ເພີ່ມຄວາມກົດດັນ ໃສ່ ເກົາຫຼີເໜືອ


ຄວາມເຄັ່ງຕຶງອີກຄັ້ງໜຶ່ງກຳລັງຮຸນແຮງຂຶ້ນລະຫວ່າງ ສະຫະລັດ ແລະ ເກົາຫຼີ​ເໜືອ ໃນ
ຂະນະທີ່ມີຄວາມເປັນຫ່ວງເພີ່ມຂຶ້ນວ່າ ປະເທດກອມມູນິສດັ່ງກ່າວຈະສະເຫຼີມສະຫຼອງ
ວັນພັກແຫ່ງຊາດທີ່ມີຄວາມສຳຄັນອີກຄັ້ງໜຶ່ງດ້ວຍການທົດລອງລະເບີດນິວເຄລຍ ຫຼື ລູກສອນໄຟຂີປະນາວຸດຂ້າມທະວີບ.
ມື້ໜຶ່ງກ່ອນວັນຄົບຮອບ 85 ປີ ຂອງການສ້າງຕັ້ງກອງທັບປະຊາຊົນເກົາຫຼີເໜືອ ນັ້ນ, ກໍ
ມີລາຍງານ ກ່ຽວກັບ ກິດຈະກຳ ທີິ່ເລີ່ມຂຶ້ນໃໝ່ຢູ່ສະຖານທີ່ທົດລອງລະເບີດນິວເຄລຍ Pungrye-ri ຂອງ ເກົາຫຼີເໜືອ, ເຖິງແມ່ນບັນດານັກວິເຄາະຈະເຕືອນວ່າ ມັນຍັງບໍ່ທັນ
ຈະ​ແຈ້ງເທື່ອວ່າ ການທົດລອງລະເບີດນິວເຄລຍ ໃກ້ຈະເກີດຂຶ້ນແທ້ ຫຼື ບໍ່ກໍຕາມ.
ໃນເວລາດຽວກັນ ເຮືອພິຄາດສອງລຳຂອງ ຍີ່ປຸ່ນ ໄດ້ເຂົ້າຮ່ວມໃນການຝຶກຊ້ອມທາງທະ
ຫານກັບກຸ່ມໂຈມຕີກຳປັ່ນບັນທຸກເຮືອບິນ USS Carl Vinson ທີ່ໄດ້ເດີນທາງໄປພາກ
ພື້ນແຫຼມ ເກົາຫຼີ. ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າໄດ້ເຂົ້າຮ່ວມເຈລະ
ຈາກັບວໍຊິງຕັນ ກ່ຽວກັບ ການຈັດການຝຶກຊ້ອມຂອງພວກເຂົາເຈົ້າເອງກັບກອງກຳລັງ
ໂຈມຕີຂອງກອງທັບ​ເຮືອ ສະຫະລັດ.
ໃນຕົ້ນເດືອນເມສານີ້ ບັນດາເຈົ້າໜ້າທີ່ສະຫະລັດໄດ້ສົ່ງຂໍ້ຄວາມທີ່ມີຄວາມສັບສົນອອກ
ໄປວ່າ ກຸ່ມໂຈມຕີ Carl Vinson ໄດ້ມຸ່ງໜ້າໄປສູ່ ເກົາຫຼີ ລ່ວງໜ້າວັນເກີດຂອງຜູ້ກໍ່ຕັ້ງ ເກົາຫຼີເໜືອ ທ່ານ Kim Il-sung ທີ່ຖືກຈັດຂຶ້ນໃນວັນທີ 15 ເມສາຜ່ານມາ, ເຊິ່ງມັກຈະຖືກ
ສະເຫຼີມ ສະຫຼອງດ້ວຍການທົດລອງອາວຸດທີ່ຮ້າຍແຮງ. ແທນທີ່ຈະເປັນການທົດລະເບີດ
ນິວເຄລຍນັ້ນ, ພຽງຢາງ ໄດ້ຈັດການເດີນສວນສະໜາມກອງທັບແລະໄດ້ພະຍາຍາມທົດ
ລອງຍິງລູກສອນໄຟໄລຍະໄກປານກາງທີ່ປະສົບກັບຄວາມລົ້ມແຫຼວ. ແລະ ກຳປັ່ນບັນ
ທຸກເຮືອບິນດັ່ງກ່າວ, ຈົນຮອດສັບປະດາແລ້ວນີ້ ແທ້ຈິງແລ້ວແມ່ນຍັງຢູ່ໃນມະຫາສະໝຸດ
ອິນເດຍ, ບ່ອນທີ່ພວກເຂົາເຈົ້າໄດ້ເຂົ້າຮ່ວມ ໃນການຝຶກຊ້ອມກັບປະເທດອອສເຕຣເລຍ.
ໃນວັນອາທິດວານນີ້ ເກົາຫຼີເໜືອ ໄດ້ຕອບໂຕ້​ຢ່າງ​ເປັນການທ້າທາຍຕໍ່ການສະແດງແສນ
ຍານຸພາບຄັ້ງໃໝ່ຂອງກອງທັບ ສະຫະລັດ, ໂດຍກ່າວວ່າ ພວກເຂົາເຈົ້າແມ່ນ “ພ້ອມ​
ແລ້ວທີ່​ຍິງກຳປັ່ນບັນທຸກເຮືອບິນພະລັງງານນິວເຄລຍຂອງ ສະຫະລັດ ດ້ວຍການໂຈມ
ຕີພຽງຄັ້ງດຽວ,” 
ໃນການໃຫ້ຄວາມເຫັນ ຢູ່ໜັງສືພິມ Rodong Sinmun ຂອງພັກກຳມະ ກອນທີ່ກຳລັງປົກຄອງປະເທດຂອງ ເກົາຫຼີເໜືອ​ ​ໃນ​ເວລາ​ນີ້.
Ad