Top Ad

header ads

ສຸດຍອດ...!ນັກທຸລະກິດຊື່ດັງຂອງລາວ ໃຊ້ງົບຕົນເອງ "ເກືອບ 2 ຕື້" ລຶບລ້າງຄວາມທຸກຍາກ ຂອງປະຊາຊົນ 2 ບ້ານ


#ແຊຣ໌ໄປໃຫ້ຄົນລາວແລະໂລກຮູ້ວ່າ_ສັງຄົມລາວຍັງມີຫຼາຍຄົນທີ່ໜ້າເອົາເປັນແບບຢ່າງຢູ່ 

ໂຮງງານຜະລິດນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ​ໄດ້​ປະກອບສ່ວນ​ທຶນຮອນ ກໍ​ຄື​ ນຳ​ໃຊ້​ງົບປະມານ​ຂອງ​ຕົນ​ເກືອບ​ 2 ຕື້​ກີບ ​ເພື່ອລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ (ບ້ານ​ຄົນ​ຂໍທານ) ​ເມືອງ​ຈຳ​ພອນ ​ແຂວງ​ສະຫວັນ​ນະ​ເຂດ ​ເຊິ່ງໄດ້ເຮັດໃຫ້ປະຊາຊົນ ທັງສອງບ້ານ ມີການດຳລົງຊີວິດດີຂຶ້ນເປັນລຳດັບ ແລະ ປະຊາຊົນກໍໄດ້ຕັດຂາດ ຈາກການໄປຂໍທານ ໃນທ້ອງຖິ່ນອື່ນ.

ທ່ານ ເກຍ ອູ໋ ສິດທິເດດ ເຈົ້າຂອງໂຮງງານຜະລິດ ນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ​ໄດ້​ໃຫ້​ສຳພາດ​ຕໍ່​ສື​ມວນ​ຊົນ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ​ໂດຍ​ເລີ່​ມ​ແຕ່​ທ້າຍ​ ເດືອນ​ທັນວາ 2015 ​ເປັນ​ຕົ້ນ​ມາຕົນ ແລະ ຄອບຄົວ ໄດ້ມີຄວາມພະຍາຍາມ ຢ່າງເຕັມສ່ວນສຸມກຳລັງຊັບ ກຳລັງແຮງ ແລະ ກຳລັງໃຈ ​ເພື່ອພັດທະນາ ​ແລະ ປັບປຸງການດຳລົງຊີວິດ ຂອງປະຊາຊົນ 2 ບ້ານ​ດັ່ງກ່າວ ໄດ້ມີຢູ່ມີກິນໂດຍໄດ້ໃຫ້ ການຊ່ວຍເຫລືອເຄື່ອງ ອຸປະໂພກ-ບໍລິໂພກຕ່າງໆຕະຫລອດຮອດຈັດສັນ ເນື້ອທີ່ທຳມາຫາກິນສະໜອງແນວພືດແນວພັນເຂົ້າສະໜອງຝຸ່ນເຈາະສ້າງບາດາ ນຳພາການຜະລິດຈາກນີ້ກໍໄດ້ຊ່ວຍທຳການສ້ອມແປງໂຮງຮຽນກໍ່ສ້າງສາງເກັບມ້ຽນຜົນຜະລິດ ແລະ ຕິດຕັ້ງໂຮງສີເຂົ້າຂະໜາດນ້ອຍ ພ້ອມ​ທັງໄດ້ບຸກເບີກເນື້ອທີ່ນາ ໃຫ້ປະຊາຊົນໄດ້ 100 ກວ່າເຮັກຕາໃນວັນທີ 30 ມິຖຸນາ 2016 ທີ່ຜ່ານມາ ເຈົ້າຂອງໂຮງານຜະລິດ ນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ໄດ້ນຳໃຊ້ງົບປະມານຂອງຕົນເອງ ປະກອບສ່ວນລຶບລ້າງ ຄວາມທຸກຍາກ ຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເກືອບ 2 ຕື້ກີບ.


ພ້ອມ​ກັນ​ນີ້, ຍັງ​ໄດ້ພັດທະນາ ລະບົບຖະໜົນຫົນທາງເຂົ້າຫາບ້ານ, ບຸກເບີກເນື້ອທີ່ ແລະ ຈັດສັນເນື້ອທີ່ ປູກສ້າງເຮືອນຊານບ້ານຊ່ອງໃຫ້ເປັນລະບຽບຂຸດໜອງສະລ້ຽງປາ ໃຫ້ປະຊາຊົນເວນຄືນທີ່ດິນ ທົດແທນ, ປຸກສ້າງສຸກສະລາ ແລະ ຕະຫລາດຊຸມຊົນໃນຂັ້ນຕໍ່ໄປ.

ທີ່ມາຂ່າວ ສຳນັກຂ່າວສານປະເທດລາວ
Ad