Top Ad

header ads

ສະພາບໄຟໄໝ້ ຕະຫຼາດວິທະຍາເຂດດົງໂດກ... ເສຍຫາຍຢ່າງໜັກ (ມີວີດີໄອ)




ຕອນເຊົ້າມືດ ເວລາປະມານເກືອບ 4 ໂມງເຊົ້າ ຂອງມື້ນີ້ ວັນທີ 6 ພຶດສະພາ 2017 ໄດ້ເກີດເຫດໄຟໄໝ້ຕະຫຼາດວິທະຍາເຂດດົງໂດກຢ່າງຮ້າຍແຮງ ກົມຕຳຫຼວດສະກັດກັ້ນແລະຕ້ານອັກຄີໄພ ຮ່ວມກັບໜ່ວຍກູ້ໄພ ໄດ້ລະດົມກັນສີດນໍ້າມອດໄຟດົນພໍສົມຄວນ ກ່ອນຈະສາມາດມອດໄຟໄດ້ ສ່ວນຜົນເສຍຫາຍ ແລະສາເຫດຂອງໄຟໄໝ້ ພວມຢູ່ໃນການສັງລວມຂອງເຈົ້າໜ້າທີ່.
ເຫດການຄັ້ງນີ້ໄດ້ເຮັດໃຫ້ຮ້ານຄ້າຂາຍຈຳນວນຫຼາຍຮ້ານຖືກໄຟໄໝ້ຢ່າງໜັກຈົນບໍ່ມີຫຍັງເຫຼືອ ແລະກໍເປັນໄຟໄໝ້ໃຫຍ່ຄັ້ງທີ 2 ແລ້ວ ເຊິ່ງຄັ້ງກ່ອນກໍໄດ້ສ້າງຄວາມເສຍຫາຍຢ່າງໜັກເຊັ່ນດຽວກັນ ແລ້ວຖືກຟື້ນຟູຂຶ້ນມາໃຫມ່ດ້ວຍການພັດທະນາໃຫ້ມີພື້ນທີ່ຂາຍເຄື່ອງທີ່ກວ້າງຂວາງສວຍງາມແລະມີໂຄງຫຼັງຄາຢ່າງດີ ກ່ອນນຈະຖືກໄຟໄໝ້ອີກໃນມື້ເຊົ້ານີ້.








ຄລິບວີດີໂອ



ສະພາບຫຼັງໄຟໄໝ້





Ad