Top Ad

header ads

ເສົ້າສະໂລດ...! ເກີດເຫດຄາດຕະກຳສະຫຍອງ ໝົດຄອບຄົວຢ່າງປ່າເຖື່ອນ ທີ່ ບໍລິຄຳໄຊ (ມີຄລິບ)



#ເຫດຄາດຕະກຳທີ່ປ່າເຖື່ອນທີ່ບໍ່ໜ້າເຊື່ອຈະເກີດຂຶ້ນໃນ ສປປລາວ
#ຄຳເຕືອນ ພາບມີຄວາມຮຸນແຮງ ແລະ ໜ້າຢ້ານກົວ(18+)
ມີສະມາຊິກໄດ້ສົ່ງຄລິບມາຫາທາງແຟນເພຈ ຊຶ່ງເປັນຄລິບເຫດການຄາດຕະກຳທີ່ນັບວ່າໂຫດຮ້າຍ ແລະ ປ່າເຖື່ອນທີ່ສຸດເທົ່າແອດມີພົບເຫັນມາ

ເຫດການນີ້ເກີດຂຶ້ນໃນວັນທີ່ 16 05 2017 ທີ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍທາງຕົ້ນຂ່າວບໍ່ໄດ້ລະບຸລາຍລະອຽດ ພຽງບອກວ່າເປັນເຫດຕາດຕະກຳໝົດຄອບຄົວເທົ່ານັ້ນ ຊຶ່ງທາງທີມງານກຳລັງຕິດຕໍ່ສອບຖາມຂໍ້ມູນ ແລະ ບໍ່ຮູ້ວ່າຈະໄດ້ຄຳຕອບໃນເວລາໃດ


(ພາບນີ້18+)

ພາຍໃນຄລິບຈະເຫັນຊາຍຄົນໜຶ່ງຖືກຈັບມັດກັບຕົ້ນໄມ້ (ຄົນຮ້າຍ) ໂດຍບໍລິເວນທີ່ເກີດເຫດແມ່ນຢູ່ພາຍໃນປ່າ ຕໍ່ມາຈຶ່ງເປັນສະພາບຂອງຜູ້ເສຍຊີວິດ ຈາກທີ່ແອດມິນສັງເກດແມ່ນ 6 ສົບ ມີທັງຍິງຊາຍ ແລະ ທີ່ໜ້າສະຫຼົດໃຈກໍ່ຄື ມີເດັກ ນ້ອຍເຖິງ 2 ຄົນ

ສະພາບຂອງຜູ້ເສຍຊີວິດແຕ່ລະສົບແມ່ນຖືກທຳຮ້າຍບໍລິເວນຫົວຈົນບໍ່ເປັນສະພາບເກົ່າ ແລະ ຖືກແກ້ໂສ້ງເສື້ອອອກໝົດທຸກຄົນ ເຄື່ອງນຸ່ງຫົ່ມພາຍໃນຖຽງສວນ ແມ່ນຖືກຮື້ກະຈັດກະຈາຍໄປທົ່ວ ສ່ວນຄະດີ ແລະ ຂໍ້ມູນແມ່ນທີມງານກຳລັງປະສານຈາກທີ່ມາຂອງຄລິບຢູ່ ຫາກມີການອັບເດດຂ່າວແນວໃດຈະລົງລາຍລະອຽດເພີ່ມເຕີມພາຍຫຼັງ


ຄລີບວີດີໂອ(18+)



ຮຽບຮຽງໂດຍ YOULIKELAOS.COM
Ad