Top Ad

header ads

ເອົາເຂົ້າແລ້ວ...! "ຈີນ" ສັ່ງອົບພະຍົບປະຊາຊົນຂອງຕົນອອກຈາກ "ເກົາຫຼີເໜືອ" ສື່ສອງປະເທດປະທະກັນດຸເດືອດ!



FILE - This combination of file photos shows North Korean leader Kim Jong Un, left, on April 15, 2017 waving during a military parade to celebrate the 105th birth anniversary of Kim Il Sung in Pyongyang, North Korea, and Chinese President Xi Jinping, right, on April 7, 2017 smiles during a meeting with Alaska Gov. Bill Walker in Anchorage, Alaska following his meetings with President Donald Trump in Florida. North Korea issued a rare direct criticism of China Wednesday, May 3, through a commentary saying its “reckless remarks” on the North’s nuclear program are testing its patience and could trigger unspecified “grave” consequences. Previously it has couched such criticism by referring to China only as “a neighboring country.” (AP Photo/Wong Maye-E, Michael Dinneen, Files)
ເມື່ອວັນທີ 4 ພຶດສະພາ 2017 ທີ່ຜ່ານມາ ເອເອຟພີລາຍງານສະພາບເຫດການຕຶງຄຽດໃນແລມມະຫາສະໝຸດເກົາຫຼີ ວ່າເກົາຫຼີເໜືອເດີນໜ້າສະແດງອາການແຂງກະດ້າງ ພ້ອມລາມມາຮອດຈີນພັນທະມິດໜຶ່ງດຽວຂອງຕົນແລ້ວ ຫຼັງລັດຖະບານຈີນປະກາດໃຫ້ປະຊາຊົນຈີນເດີນທາງອອກຈາກເກົາຫຼີເໜືອທັນທີ ສື່ສອງປະເທດໄດ້ເປີດສາກປະທະຖ້ອຍຄຳກັນຢ່າງດຸເດືອດ
ສຳນັກຂ່າວເຄຊີເອັນເອ ກະບອກສຽງພັກແຮງງານເກົາຫຼີເໜືອກ່າວໂຈມຕີທາງການຈີນ ກໍລະນີມີທ່າທີຕໍ່ຕ້ານໂຄງການພັດທະນາແສນຍານຸພາບນິວເຄຣຍ ແລະ ຂີປະນາວຸດຂ້າມທະວີບ ຫຼື ໄປຊີບີເອັມ ກ່າວວ່າ ທາງການຈີນຄວນສຳນຶກໃນບຸນຄຸນຂອງເກົາຫຼີເໜືອທີ່ຄອຍປົກປ້ອງຈີນາກໄພຄຸກຄາມໃນແຫຼມມະຫາສະໝຸດເກົາຫຼີ ພ້ອມຂູ່ວ່າຈີນຈະຕ້ອງພົບກັບຜົນລັບທີ່ຮ້າຍແຮງຕາມມາຫາກຍັງຄົງດຳເນີນນະໂຍບາຍຍຸແຍ່ເກົາຫຼີເໜືອຕໍ່ໄປຄືເກົ່າ
ຈາກນັ້ນພຽງເວລາບໍ່ດົນທາງ ໂກລບອລ ທາມສ໌ ສືກະບອກສຽງຂອງທາງພັກຄອມມູນິດຈີນ ຕອບໂຕ້ກັບໄປວ່າ ເກົາຫຼີເໜືອຢູ່ໃນສະຖານະການທີ່ມີຄວາມບິດບ້ຽວບໍ່ມີເຫດຜົນ ຂະນະກ່ອນໜ້ານີ້ບັນດາສື່ໃນຈີນຍັງຮຽກຮ້ອງໃຫ້ລັດຖະບານຈີນຍົກລະດັບຂວ້ຳບາດຕໍ່ເກົາຫຼີເໜືອ ແລະ ຮຽກຮ້ອງໃຫ້ເກົາຫຼີເໜືອຢຸດຕິການຍຸແຍ່ໄດ້ແລ້ວ.
Ad