Top Ad

header ads

ພະນັກງານງານລາວໂທລະຄົມ ສາຂານ້ຳພຸ ຊ່ວຍປ້ຳຫົວໃຈ ຊາວຕ່າງປະເທດ ທີ່ໝົດສະຕິກະທັນຫັນ! ຊົມເຊີຍ!


ນະຄອນຫຼວງວຽງຈັນ: ລາຍງານຈາກ ນາທີຊີວິດ ໃຫ້ຮູ້ວ່າ. ໃນວັນທີ 9 ພຶດສະພາ 2017 ມີຊາວຕ່າງປະເທດເປັນເພດຊາຍ ເປັນລົມໝົດສະຕິ ທີ່ຫ້ອງການລາວໂທລະຄົມສາຂານ້ຳພຸ. ພະນັກງານໄດ້ຊ່ວຍກັນ ກູ້ເອົາຊີວິດຂອງຜູ່ກ່ຽວໄດ້ໄວ້ທັນ. 

ຈາກການບອກເລົ່າບອກວ່າ ເບື້ອງຕົ້ນ ຊາວຕ່າງປະເທດຄົນນີ້ໄດ້ເຂົ້າມາທີ່ຫ້ອງຫ້ອງບໍລິການລູກຄ້າ ລາວໂທລະຄົມ ສາຂານ້ຳພຸ ໂດຍພະນັກງານໄດ້ຖາມວ່າໃຫ້ ຊ່ວຍຫຍັງບໍ? ຊຶ່ງລາວກໍ່ຕອບວ່າຂໍພັກປະມານ 5 ນາທີ ຊຶ່ງກໍ່ຄິດວ່າ ຂໍພັກເຊົາຮ້ອນ ຈາກນັ້ນ ລາວກໍ່ໄດ້ລົ້ມລົງຫົວກະທົບພຶ້ນ ແຂນຂາເກັ໋ງ ມືງິກງໍ ແລະ ຕາເຫຼືອ ສີຜິວຫຼ່າເຫຼືອງ

ພະນັກງານຈຶ່ງໄດ້ຊ່ວຍກັນປ້ຳຫົວໃຈ ໂດຍແມ່ນ ນາງ ຈັນຮວນ ບົວລົມ ເປັນຄົນ CPR ແລະ ພະນັກງານລາວໂທລະຄົມສາຂາ ນຳ້ພຸ ໄດ້ຊອກໝາກນາວບີບໃສ່ປາກ ຈົນອາການດີຂຶ້ນ ແລະ ຕັ້ງສະຕິໄດ້
ພໍອາການຊົງໂຕ ລາວກໍ່ໄດ້ຂອບໃຈທຸກຄົນທີ່ໃຫ້ການຊ່ວຍເຫຼືອ ຊຶ່ງທາງພະນັກງານຈະນຳລາວສົ່ງກວດຢູ່ໂຮງໝໍ ແຕ່ລາວກໍ່ປະຕິເສດ ແລະ ຍ່າງກັບເອງ ໂດຍລາວບອກວ່າທີ່ພັກກໍ່ຢູ່ບໍ່ຫ່າງຈາກທີ່ເກີດເຫດຫຼາຍ ຈຶ່ງໄດ້ຍ່າງກັບທີ່ພັກເອງ.


ຄລິບວີດີໂອ



ຂອບໃຈທີ່ມາ: ໂທລະໂຄງ ແລະ ນາທີຊີວິດ
Ad