Top Ad

header ads

ເຕືອນໄພ: ຊາຍພະຍາຍາມຂ້າຕົວຕາຍ ໂດດໃສ່ລົດກາງທາງ! ເກີືອບເຮັດໃຫ້ຄົນອື່ນເດືອດຮ້ອນ!




ເລົ່າເຫດການ: ຊາຍເສື້ອແດງ ພະຍາຍາມຂ້າຕົວຕາຍ
----------------------------------------------
ສະບາຍດີໂທລະໂຄ່ງ,

ຢາກເລົ່າເລື່ອງ ສົດໆຮ້ອນໆ ທີ່ຂ້າພະເຈົ້າປະສົບກັບຕົນເອງ ຕອນປະມານ 1 ຊົ່ວໂມງແລ້ວນີ້ ປະມານ 1:30 (ກາງຄືນ) ວັນທີ 11 ພຶດສະພາ 2017 ຂ້ອຍຂັບລົດມາແຕ່ດອນຫນູນ ພໍມາຮອດແຖວດົງໂດກ ກາຍໄຟແດງມາ ຂ້ອຍເກືອບຢຽບຄົນຕາຍ (ຊາຍເສື້ອແດງ) ຍ້ອນວ່າລາວນອນຢູ່ກາງທາງ.

ທຳອິດຂ້ອຍຄິດວ່າແມ່ນຖົງຂີ້ເຫຍື້ອຍຂ້ອຍກໍ່ຫັກຫຼີກແລ້ວຈອກເບິ່ງ. ຂ້ອຍຈື່ງຕົກໃຈເຫັນວ່າເປັນຄົນນອນຢູ່ ແລະກໍ່ບ່ແນ່ໃຈວ່າຂ້ອຍໄດ້ຢຽບລາວບໍ່? ແລະກໍ່ມີປະຊາຊົນທີ່ຂັບຂີ່ລົດກາຍໄປມາຈຳນວນຫນື່ງຈອດເບິ່ງວ່າເກີດຫຍັງຂື້ນ.

ຂ້ອຍລົງລົດກໍ່ໄດ້ຍິນສຽງຊາຍອີກຄົນຫນື່ງ (ຊາຍໃສ່ເສື້ອຂາວ) ຮ້ອງໃສ່ວ່າ ຊ່ອຍຈັບມັນໄວ້ແດ່ຢ່າໃຫ້ມັນຫນີ. ພໍຖາມຕົ້ນປາຍສາຍເຫດຂ້ອຍກໍ່ໄດ້ຮູ້ວ່າ ຊາຍເສື້ອແດງພະຍາຍາມຂ້າໂຕຕາຍດ້ວຍການໂດດໃສ່ລົດກະບະທີ່ແລ່ນກາຍມາ ຈົນກະຈົກຫນ້າລົດແຕກ.

 ຈາກນັ້ນຊາຍເສື້ອແດງກໍ່ແລ່ນໃສ່ລົດຕູ້ທີ່ກາຍມາແຕ່ລົດຕູ້ຫລີກທັນ ຈາກນັ້ນຊາຍເສື້ອແດງຈື່ງນອນລົງກາງທາງໃຫ້ລົດຢຽບ ດີທີ່ລົດຂ້ອຍກາຍມາແລ້ວບໍ່ຢຽບລາວ.






 ເຈົ້າຂອງລົດກະບະແມ່ນຊາຍເສື້ອຂາວໃນຮູບ ແລະເປັນຜູ້ຮ້ອງໃສ່ໃຫ້ຄົນລຸມຈັບຊາຍເສື້ອແດງແລ້ວລາກເຂົ້າຂ້າງທາງ. ພໍຖາມວ່າເປັນກຍັງຈື່ງເຮັດແນວນີ້ລາວກໍ່ບອກວ່າຢາກຂ້າໂຕຕາຍ. ຊາຍເສື້ອຂາວຈື່ງເອີ້ນກູ້ໄພມາເບິ່ງລາວ. ເມື່ອກູ້ໄພມາຮອດລາວພັດທຳທ່າເມົາ ເອີ້ນກ່າບໍ່ຍອມລຸກ.

ຢາກຝາກໃຫ້ທຸກຄົນທີ່ຂັບຂີ່ລົດຈົ່ງມີສະຕິ ໂດຍສະເພາະແມ່ນກາງຄືນເຮົາບໍ່ຮູ້ໄດ້ວ່າສິເຈິຄົນເມົາຫຼືໂຈນບໍ່? ແລະຝາກໃຫ້ຜູ້ໃດທີ່ຮູ້ຈັກລາວໃຫ້ມາເບິ່ງລາວແດ່ ການກະທຳຂອງລາວສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ຖ້າລົດຕຳລາວຕາຍຫຼືຢຽບລາວຕາຍເດ໋ ມັນແມ່ນຄວາມຜິດຂອງຄົນຂັບບໍ່?




ເຕືອນສະຕິໂດຍ: Thidasavanh Phetphukhau

ທີ່ມາ ໂທລະໂຄງ
Ad