Top Ad

header ads

ເກີດເຫດຂີ້ລັກຂຶ້ນງັດເຮືອນປະຊາຊົນ ທີ່ບ້ານພະບາດ ເມືອງປາກເຊ ແຂວງຈໍາປາສັກ


ວັນທີ 29 ພຶດສະພາ 2017 ເວລາປະມານ 5:00 ໂມງເຊົ້າ ທີ່ບ້ານພະບາດ ເມືອງປາກເຊ ແຂວງຈໍາປາສັກໄດ້ເກີດມີຄົນຂີ້ລັກຂຶ້ນງັດເຮືອນປະຊາຊົນ.


 ແຕ່ໂຊກບໍ່ເຂົ້າຂ້າງເຈົ້າຂອງເຮືອນໄດ້ຍິນກ່ອນຈິ່ງໄດ້ໂທຫາພໍ່ ແລະ ຍາດພີ່ນ້ອງມາດັກຈັບເອົາໄດ້ທັນ ຈາກເຫດດັ່ງກ່າວເຈົ້າຂອງເຮືອນຊື່ ນາງ ປູນາ ສຸດທິປັນຍາໄດ້ເປີດເຜີຍວ່າຕົນເອງໄດ້ນອນເຝົ້າເຮືອນຢູ່ໃນຫ້ອງກັບນ້ອງນ້ອຍສອງຄົນ ໃນເວລານັ້ນໄດ້ຍິນໝາເຫົ່າດັງສະໜັ່ນທົ່ວບ້ານ ແລະ ຄົນຂີ້ລັກໄດ້ຍ່າງຂຶ້ນມາເຮືອນຂອງຂ້ອຍ ແຕ່ຂ້ອຍກໍໄດ້ຕັ້ງສະຕິງຽບໆໄວ້ແລ້ວໄດ້ໂທຫາພໍ່ຂອງຂ້ອຍມາຈັບເອົາໂຕຂີ້ລັກໄວ້ທັນການ ( ຢ້ານຈົ່ນຊິຂາດໃຈ ). 


ຫລັງຈາກການຈັບກຸມຄົນຂີ້ລັກໄດ້ແລ້ວຈິ່ງພົບວ່າຄົນຂີ້ລັກເປັນຄົນຕ່າງປະເທດ. ສະນັ້ນຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ເຈົ້າໜ້າທີ່ກອງຫລອນບ້ານຄວນເພີ່ມຄວາມລະມັດລະວັງ ແລະ ອອກສອດສ່ອງເວັນຍາມເປັນປົກກະຕິເພື່ອປ້ອງກັນເຫດ ຍິ່ງກວ່ານັ້ນກໍຕ້ອງກວດກາ ແລະ ຂຶ້ນບັນຊີແຮງງານຕ່າງປະເທດ, ແຮງງານເຄື່ອນຍ້າຍ, ບັນກຸ່ມກິນຢາບ້າ ແລະ ອື່ນໆ. 






ທີ່ມາ ສຳນັກຂ່າວສານປະເທດລາວ

Ad