Top Ad

header ads

ລະເບີດໂຈມຕີເຂດການທູດໃນກຸງຄາບລູ ມີຄົນເສຍຊີວິດແລະບາເຈັບຫຼາຍຮ້ອຍຄົນ


ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຄາບລູ ປະເທດອັບການິສຖານ ເມື່ອວັນທີ 31 ພຶດສະພາ ວ່າເກີດເຫດການລະເບີດລົດຢ່າງຮຸນແຮງບໍລິເວນຈະຕຸລັດຊັນບັດ ໃນກາງກຸງຄາບລູ ເມື່ອຊ່ວງເຊົ້າຂອງວັນພຸດຕາມເວລາທ້ອງຖິ່ນ ໂດຍບໍລິເວນທີ່ເກີດເຫດເປັນສະຖານທີ່ຕັ້ງ ສະຖານທູດຂອງປະເທດຕາເວັນຕົກຫຼາຍແຫ່ງ ແຮງລະເບີດສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ ແລະເຈັບອີກຫຼາຍກວ່າ 350 ຄົນ ໂດຍມີລາຍງານວ່າພື້ນທີ່ບາງສ່ວນໄດ້ຮັບຄວາມເສຍຫາຍເຊັ່ນ ສະຖານທູດເຢຍລະມັນ ຝລັ່ງ ຍີ່ປຸ່ນ ແລະອິນເດຍ


ກະຊວງປ້ອງກັນຄວາມສະຫງົບຂອງອັບການິສຖານ ລາຍງານໃນເບື້ອງຕົ້ນວ່າເປັນການລະເບີດຂ້າໂຕຕາຍ ໂດຍໃຊ້ລົດບັນທຸກທີ່ເຕັມໄປດ້ວຍລະເບີດ ແລະໃນຄວາມເປັນຈິງພື້ນທີ່ແຫ່ງນີ້ຖືເປັນ “ກຣີນໂຊນ” ຫຼືເຂດປອດໄພທີ່ສຸດຂອງກຸງຄາບລູ ໂດຍອ້ອມຮອບດ້ວຍກຳແພງສູງເຖິງ 3 ແມັດ

ແມ້ວ່າຍັງບໍ່ມີກຸ່ມຄົນໃດອອກມາຮັບສົມອ້າງຢູ່ເບື້ອງຫຼັງ ແຕ່ເຫດການເກີດຂື້ນໃນຊ່ວງທີ່ກຸ່ມຕາລີບັນປະຕິບັດການ “ຍຸດທະການໃບໄມ້ປົ່ງ” ເຊິ່ງເປັນສົງຄາມປະຈຳປີ ໃນການໂຈມຕີສະຖານທີ່ສຳຄັນທາງລັດຖະການ ແລະເປົ້າໝາຍທາງທະຫານໃນອັບການິສຖານ ໂດຍສະເພາະທີ່ກ່ຽວຂ້ອງກັບທະຫານອາເມລິກາເຊິ່ງໃນປະຈຸບັນມີຢູ່ປະມານ 8,400 ຄົນແຕ່ກຸ່ມໄອເອສເຄີຍອອກມາອ້າງກໍ່ເຫດຮຸນແຮງ ໃນອັບການິສຖານຫຼາຍຄັ້ງແລ້ວເຊັ່ນກັນ ເຊິ່ງລວມເຖິງເຫດລະເບີດໂຈມຕີຍານຍົນຫຸ້ມເກາະ ຂອງອົງການສົນທິສັນຍາແອດແລນຕິດເໜືອ (ນາໂຕ) ເມື່ອວັນທີ 3 ພຶດສະພາທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະເຈັບອີກ 23 ຄົນ

Ad