Top Ad

header ads

ຄົນລາວເຮົາຕ້ອງບໍ່ຖີ່ມກັນ ຊ່ວຍຮ່ວມແບ່ງນໍ້າໃຈ ແລະ ຄວາມອົບອຸ່ມໃຫ້ນ້ອງໆ ທີ່ພໍ່ແມ່ໄດ້ເສຍຊິວິດ




ຜູ້ໃຊ້ເຟສບຸ໊ກຊື່ Pheyhanout Vixay  ໂພສຂໍ້ຄວາມເຖິງຜູ້ໃຈບຸນທຸກທ່ານ ເພື່ອເຊີນຊວນ ຮ່ວມແບ່ງນໍ້າໃຈ ແລະ ຄວາມອົບອຸ່ມໃຫ້ນ້ອງ ທີ່ພໍ່ແມ່ໄດ້ເສຍຊິວິດ ເຊິ່ງເນື້ອໃນຂໍ້ຄວາມມີດັ່ງນີ້ : 



"ສະບາຍດີຕອນເຊົ້າວັນຈັນ 

 ຂ້າພະເຂົ້າຕ່າງໜ້າຂອງເດັກທັງ 5 ຄົນ  ເຊິ່ງເດັກທັງ5 ອາໄສຢູ່ນຳກັນ ພໍ່ແມ່ໄດ້ເສຍຊິວິດກ່ອນຫນ້ານີ້ ແລະ ເດັກຜູ້ນ້ອຍສຸດໄດ້ມີການເຈັບເປັນຈື່ງໄດ້ເຂົ້າມານອນຢູ່ໂຮງໝໍເມືອງວຽງຄຳປະຈຸບັນໄດ້ດີຂື້ນແຕ່ບໍ່ມີເຄື່ອງໃຊ້ຕ່າງໆ. ສະນັ້ນ ຈຶ່ງໄດ້ຂໍວອນຜູ້ໃຈບຸນທີ່ມີເຄື່ອງໃຊ້ເຊັ່ນ: ອາຫານ, ເຄື່ອງນຸ່ງຮົ່ມ ( ເດັກພໍນຸ່ງໄດ້ ),ເຄື່ອງໃຊ້ ແຟັບ, ສະບູ່ແລະ ອື່ນໆ ໃຫ້ມາບໍລິຈາກໃຫ້ເດັກທັງ5ຄົນດ້ວຍ ຂໍຂອບໃຈລ່ວງຫນ້າ ( ຖ້າຂຽນຫຍັງຜິດໄປຕ້ອງຂໍໂທດຂໍອະໄພເດີ ) .



ຖ້າຕ້ອງການຈະບໍລິຈາກເປັນເຄື່ອງນຸ່ງໃຫ້ຝາກມານຳລົດຄິວສາຍເໜືອແຂວງຫລວງພະບາງຫາເມືອງວຽງຄຳເດີ ( ສົ່ງເຖີງ ໂຮງຫມໍເມືອງວຽງຄຳ ເດັກນ້ອຍກຳພ້າ 5 ຄົນ ) ແຕ່ສ່ວນເລກບັນຊີຫັນຍັງຄົ້ນຄ້ວາກັນຢູ່ ໂທ 071 860029 ( ຫ້ອງການສາທາເມືອງວຽງຄຳ ) " ເລື່ອງທີ່ທຸກໆຄົນຄ້າງຄາໃຈນັ້ນແມ່ນວ່າຈະໃຫ້ໃຜລ້ຽງຫລືວ່າຈະໃຫ້ໄປເຂົ້າໂຮງຮຽນເດັກກຳພ້ານັ້ນແມ່ນຂື້ນກັບພໍ່ເຖົ້າຂອງເຂົາເຈົ້າເດີ. ມື້ນີ້ເຂົາເຈົ້າຈະໄດ້ກັບບ້ານແລ້ວມີແຕ່ລໍຖ້າຄຳຕັດສີນໃຈຂອງພໍ່ເຖົ້າເຂົາເຈົ້າເດີເປັນແນວໃດລະຈະມາບອກຊາວເຟດທຸກໆຄືນອີກເດີ "




ທີ່ມາ:  Pheyhanout Vixay
Ad