Top Ad

header ads

ເຈົ້າໜ້າທີ່ແຂວງອຸດົມໄຊ ຈັບໄວລຸ້ນຄະນອງ ທີ່ກໍ່ເຫດແກວ່ງກ້ອນຫີນໃສ່ລົດທຽວທາງ


 ພະແນກສຶບສວນ-ສອບສວນ ປກສ ເມືອງໜໍ້ ແຂວງອຸດົມໄຊ ໄດ້ຕິດຕາມຈັບຕົວໄວລຸ້ນຈໍານວນ 5 ຄົນ ທີ່ກໍ່ເຫດເອົາກ້ອນຫີນ ແກວ່ງໃສ່ແວນລົດໃຫຍ່ທຽວທາງ ຢູ່ເສັ້ນທາງລະຫວ່າງເມືອງນາໝໍ້ຫາ ດ່ານພູຫຼັກຄໍາສາຍແດນຈີນ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ 1 ຄົນ, ໃນ ວັນທີ 15 ກໍລະກົດ 2017.
ເຈົ້າໜ້າທີ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ ຮັບແຈ້ງຄວາມຈາກຜູ້ເສຍຫາຍຈໍານວນ 3 ຄົນວ່າ: ມີໄວລຸ້ນຈໍານວນ ໜຶ່ງທີ່ຍ່າງຕາມທາງ ໃຊ້ກ້ອນຫີນແກວ່ງໃສ່ແວນໜ້າລົດຈົນແຕກ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ 1 ຄົນ. ຜ່ານການລົງກວດກາລົດ ທີ່ຖືກ ເສຍຫາຍ ແລະ ສະຖານທີ່ເກີດເຫດເຫັນວ່າມີຄວາມຈິງ. ຈາກນັ້ນ, ຈຶ່ງ ໄດ້ຂຶ້ນເປົ້າໝາຍຕິດຕາມຈັບຕົວພວກກໍ່ເຫດ. ໃນມື້ຕໍ່ມາ, ເຈົ້າໜ້າທີ່ ກໍສາມາດຕິດຈັບຕົວພວກກໍ່ເຫດໄດ້ ຈໍານວນ 5 ຄົນ ຄື: ທ້າວ ບຸນຢືນ ອາຍຸ 19 ປີ, ທ້າວ ສົມ ອາຍຸ 18 ປີ, ທ້າວ ບຸນມີ ( ໂງກ ) ອາຍຸ 19 ປີ, ທ້າວ ບຸນມີ ອາຍຸ 18 ປີ, ທ້າວ ຄໍາ ອາຍຸ 18 ປີ ທັງ 5 ຄົນ ຢູ່ບ້ານນາໝໍ້ ເໜືອ ເມືອງນາໝໍ້ ແຂວງອຸດົມໄຊ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ທຳການສຶບສວນ-ສອບສວນຫາສາ ເຫດ ການກໍ່ເຫດຄັ້ງນີ້ຂອງພວກກ່ຽວ ແລະ ນຳໄປດຳເນີນຄະດີຕາມກົດ ໝາຍ.
(ຫນັງສືພິມຄວາມສະຫງົບ):


Ad