Top Ad

header ads

ຄວາມຈິງອອກມາແລ້ວ...!! ສຳລັບຄລິບຕຳຫລວດຖີບລົດຈັກ ໃນຄລິບ ແມ່ນການສະກັດກັ້ນໂຈນລັກລົດ (ຈາກຜູ້ຫວັງດີ)


 ອິງຕາມຂໍ້ມູນຂອງຜູ້ຫວັງດີ ແຈ້ງເຂົ້າມາທາງເພຈ໌ລາວໄທ ເຮົາ ເພື່ອຈະແຈ້ງເລື່ອງເຫດການ ຄວາມເປັນຈິງ ກັບເຫດການໃນຄລິບ ທີ່ເຫັນຕຳຫລວດ ຈາລະຈອນ ໄດ້ຖິບລົດຈັກ ຂອງ ປະຊາຊົນ ດັ່ງທີ່ທຸກຄົນ ໄດ້ ເຫັນໃນຄລິບ ກ່ອນໜ້ານີ້ ແມ່ນຫລາຍຄົນອາດຈະເຂົ້າໃຈຜິດວ່າເຮັດເກີນກວ່າ ເຫດ ຫລື ຕ່າງໆນາຕາມຄວາມຄິດເຫັນໃຜລາວ.​
 ນີ້ແມ່ນຄວາມຈິງ ທີ່ຜູ້ຫວັງດີ ແຈ້ງມາວ່າ " ເຫດການດັ່ງກ່າວ ແມ່ນການສະກັດກັ້ນໂຈນຜູ້ຮ້າຍ ທີ່ລັກ ລົດ ມາ ແລະ ອິງຕາມການລາຍງານໃຫ້ໜ່ວຍຈາລະຈອນແຕ່ລະຈຸດຕັ້ງດ່ານ ທັງໝົດ 4 ດ່ານເພື່ອ ລັດໂຈນດັ່ງກ່າວ. ໂຈນທີ່ເຫັນໃນຄລິບນັ້ນ ແມ່ນໄດ້ແຫກດ່ານມາແລ້ວ 1 ດ່ານ ແລະ ໂຈນເອງຫວັງ ວ່າຈະໜີມາເສັ້ນທາງໂພນປ່າເປົ້າ ແຕ່ເຫັນດ່ານຕຳຫລວດຈາລະຈອນ ເລີຍ ລ້ຽວລົດກັບ ເຊີ່ງທາງ ຕຳຫລວດເອງ ໄດ້ເຮັດໜ້າທີ ຢ່າງຖືກຕ້ອງ ແລະ ແຈ້ງການທຸກດ່ານໃຫ້ເຂັ້ມງວດເພື່ອຈັບໂຈນໃຫ້ໄດ້."




ຂອບໃຈທີ່ມາ www.laothai.org




Ad