Top Ad

header ads

ຂໍ້ຫ້າມເວລາໄປງານເຮືອນດີ-ສົ່ງສະການ ທີ່ທ່ານບໍ່ຄວນເຮັດເດັດຂາດ



ສະບາຍດີ ບັນດາທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ທາງເວັບໄຊອ່ານຂ່າວເຮົາຈະມານໍາສະເໜີບັນດາທ່ານ ກ່ຽວກັບ “ສິ່ງທີ່ເພິ່ນຄະລໍາເວລາໄປເຮືອນດີ ແລະ ໄປສົ່ງສະການມີຫຍັງແດ່?” ເຊິ່ງຫຼາຍໆຄົນກໍຍັງສົນໃຈ ແລະ ກັງວົນເວລາໄປເຮືອນດີ ແລະ ໄປສົ່ງສະການວ່າ: ຈະນຸ່ງອັນນີ້ໄປ, ຈະເອົາອັນນີ້ໄປນໍາສົມຄວນຫຼືບໍ່? ມື້ນີ້ທ່ານຜູ້ຮູ້ເພິ່ນກໍໄດ້ມາແກ້ໄຂຂໍ້ຂ້ອງໃຈໃຫ້ບັນດາທ່ານວ່າສິ່ງທີ່ເພິ່ນຫ້າມມີຄື:
1 ຫ້າມບໍ່ໃຫ້ຄົນຖືພາໄປງານສົບ ເພາະເພິ່ນເຊື່ອວ່າໃນງານສົບນັ້ນຈະມີຜີທີ່ມາຖ້າຮັບເອົາຂວັນຂອງຄົນທີ່ຕາຍໃໝ່ ຢ້ານວ່າຜີຈະມາທໍາຮ້າຍເດັກນ້ອຍທີ່ຢູ່ໃນທ້ອງໄດ້ ຖ້າຈໍາເປັນຕ້ອງໄປແທ້ໆກໍຕ້ອງຄັດເຂັມຂັດໃສ່ເສື້ອບ່ອນທ້ອງທີ່ໃຫຍ່ອອກມານັ້ນ ເຊິ່ງເຮັດໃຫ້ຜີເຫຼື້ອມຕາ ແລະ ເບິ່ງບໍ່ເຫັນເດັກນ້ອຍທີ່ຢູ່ໃນທ້ອງ.
2 ຫ້າມຄົນເປັນປະຈໍາເດືອນໄປງານສົບ ເພາະຄົນທີ່ເປັນປະຈໍາເດືອນຈະມີເລືອດອອກມາ ເມື່ອຜີເຫັນຈະຄິດວ່າຄົນນີ້ໃກ້ຈະຕາຍແລ້ວ ຜີກໍຈະເອົາຂວັນຄົນນັ້ນໄປ ແລະ ເຮັດໃຫ້ບໍ່ສະບາຍ ຫຼື ເຖິງຂັ້ນຕາຍໄປກໍໄດ້.
3 ຫ້າມຍ້ອງດອກໄມ້ຢູ່ງານສົບວ່າງາມ ເພາະຈະເປັນລາງວ່າເຮົາຢາກໄດ້.
4 ຫ້າມຕໍ່ທຽນຈາກຜູ້ອື່ນເມື່ອໄປໄຫ້ວສົບຄົນຕາຍ ຕ້ອງຈູດໄຟເອົາໃໝ່.
5 ຫ້າມຄົນທີ່ກໍາລັງບໍ່ສະບາຍໄປງານສົບ ເພາະຄົນທີ່ບໍ່ສະບາຍຂວັນຈະອ່ອນອາດຈະເຮັດໃຫ້ໄປຕ້ອງຜີ ຖ້າຈໍາເປັນຕ້ອງໄປແທ້ໆກໍຕ້ອງເອົາມີດ ຫຼື ຂອງມີຄົມຕິດຕົວໄປນໍາ.
6 ຫ້າມຫົວສຽງດັງເວລາໄປງານສົບ ເພາະງານສົບຄົນທີ່ມີຄວາມສຸກຄືພວກຜີ ໃຜທີ່ຫົວສຽງດັງຜີຈະຖືວ່າເປັນພວກດຽວກັນ.
7 ຫ້າມເອົາອາຫານທີ່ເປັນເສັ້ນ, ເປັນເຄືອໄປກິນ ຫຼື ເຮັດກິນຢູ່ໃນງານສົບ ເພາະເພິ່ນຖືວ່າຈະເປັນການສືບທອດຄວາມຕາຍໄປສູ່ວົງຕະກຸນ.
8 ຫ້າມນໍາອາຫານໃນງານສົບກັບບ້ານເດັດຂາດ ເພາະຜີຈະນໍາໄປເອົາຄືນ.
ຫຼັງຈາກເຜົາສົບແລ້ວເວລາກັບບ້ານ ຫ້າມຫັນຫຼັງໄປເບິ່ງສົບ ໃຫ້ຍ່າງອອກມາແບບບໍ່ມີຫ່ວງ.


ຂໍຂອບໃຈ: ຄູບາ ບຸນຈັນ ທິດບຸນໂຍ ແລະ ສ.ນ ສອນໄຊ ບຸດຫາວົງ.
ຂໍຂອບໃຈ arnkhao.wordpress.com
Ad