Top Ad

header ads

30 ພັນກີບ ປິ່ນປົວທຸກພະຍາດ ໄດ້ແທ້ຫວ໋າ?


ຍ່າງເຂົ້າໄປໃຊ້ສິດປິ່ນປົວພະຍາດ ຕາມຫົວຂໍ້ຂ່າວໄດ້ໂລດເດີພໍ່ແມ່ປະຊາຊົນ ກັບການປະກັນສຸຂະພາບ ເພື່ອຂະຫຍາຍໂອກາດໃຫ້ປະຊາຊົນເຂົ້າເຖິງການບໍລິການສາທາລະນະສຸກຫຼາຍຂຶ້ນນີ້ ແມ່ນຖືກ ຈັດຕັ້ງຂຶ້ນໂດຍກອງທຶນປະກັນສຸຂະພາບແຫ່ງຊາດ ໂດຍທີ່ຫຼາຍຄົນມັກເອີ້ນກັນວ່າ 30.000 ກີບ ປິ່ນປົວທຸກພະຍາດ.


ວິທີການແມ່ນພຽງແຕ່ຖືບັດປະຈຳຕົວ, ສຳມະໂນຄົວ ຫຼື ໃບຢັ້ງຢືນຈາກນາຍບ້ານ ຍື່ນຕໍ່ສຸກສາລາ ຫຼື ໂຮງໝໍລັດພາຍໃນແຂວງທີ່ທ່ານຕັ້ງຖິ່ນຖານຢູ່ເທົ່ານັ້ນ ກໍຈະໄດ້ຮັບສິດປິ່ນປົວພະຍາດ ທີ່ຢູ່ໃນເງື່ອນໄຂ ຂອງກອງທຶນປະກັນສຸຂະພາບແຫ່ງຊາດທັນທີ.


ສຳຫຼັບກອງທຶນດັ່ງກ່າວນີ້ແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ກາງປີ 2016 ທີ່ຜ່ານມາ ໂດຍເບື້ອງຕົ້ນ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 10 ແຂວງ ຕໍ່ມາໃນປີ 2017 ນີ້ ແມ່ນໄດ້ຮັບເງິນອັດສີດ ຈາກລັດຖະບານ ຕື່ມອີກຈຳນວນ 180 ຕື້ກີບ ຈຶ່ງສາມາດຂະຫຍາຍອອກເປັນ 16 ແຂວງ ຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຫລວງນ້ໍາທາ, ເຊກອງ, ອັດຕະປື, ສາລະວັນ, ຜົ້ງສາລີ, ອຸດົມໄຊ, ຈໍາປາສັກ, ບໍ່ແກ້ວ, ໄຊສົມບູນ ແລະ ໄຊຍະບູລີ, ສ່ວນວ່າແຂວງຫຼວງພະບາງ ແລະ ນະຄອນຫຼວງ ວຽງຈັນ ແມ່ນຄາດວ່າຈະເຮັດໄດ້ຮັບສິດນີ້ເຊັ່ນດຽວກັນໃນຕົ້ນປີ 2018 ທີ່ຈະມາຮອດນີ້.



ທ່ານ ດຣ ບຸນແຝງ ພູມມະໄລສິດ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ເປີດເຜີຍກັບ ທີມ ຂ່າວ ວາລະສານມະຫາຊົນວ່າ: ໃຫ້ເຂົ້າໃຈນຳກັນວ່າກອງທຶນດັ່ງກ່າວເມື່ອເປີດຂຶ້ນຢູ່ແຂວງໃດ ແມ່ນ ປະຊາຊົນພາຍໃນແຂວງນັ້ນໆຈະໄດ້ຮັບສິດປິ່ນປົວ 100% (ຍົກເວັ້ນຜູ້ທີ່ເປັນພະນັກງານ-ລັດຖະກອນ ຖືບັດ ອປລ ແລະ ອປສ) ແຕ່ຫາກຊິເວົ້າວ່າ 30.000 ກີບ ປິ່ນປົວທຸກພະຍາດກໍຍັງບໍ່ທັນໄດ້ ເພາະຍັງ ບໍ່ທັນ ຄວບຄຸມທຸກພະຍາດໃນກໍລະນີໃຫຍ່ໆເຊັ່ນ: ພະຍາດມະເຮັງ, ພະຍາດຕິດຕໍ່, ພະຍາດໝາກ ຫົວໃຈ…


ເນື່ອງຈາກຍັງມີຄວາມຈຳກັດທາງດ້ານທຶນຮອນ ທີ່ຍັງບໍ່ທັນກວມເອົາການປິ່ນ ປົວພະຍາດທີ່ມີມູນ ຄ່າສູງ ໄດ້ໝົດ ເພາະທຶນດັ່ງກ່າວຈະຄວບຄຸມເອົາການຮັກສາ-ປິ່ນປົວ, ການນອນໂຮງໝໍ ລວມທັງ ຜ່າຕັດໃນດັບໃດໜຶ່ງ ເຊິ່ງຫາກກາຍກຳນົດຄ່າປິ່ນປົວພະຍາດທີ່ລະບຸໄວ້ ແມ່ນອາດຈະໄດ້ຈ່າຍ ເພີ່ມໃນ ຈຳນວນໃດໜຶ່ງ ເຊິ່ງວ່າລາຍລະອຽດຂອງການ ໃຫ້ບໍລິການປິ່ນປົວຕ່າງໆ ແມ່ນ ປັດຈຸບັນກຳລັງຢູ່ ໃນຂັ້ນຮ່າງເປັນນິຕິກຳສະເພາະຂອງກະຊວງສາທາລະນະສຸກ ເຊິ່ງຄາດວ່າຈະໄດ້ຮັບການ ປະກາດໃຊ້ໃນ ໄວໆນີ້.



ສະນັ້ນ, ຫາກເກີດກໍລະນີເຈັບເປັນແມ່ນໃຫ້ເຂົ້າໄປປິ່ນປົວໃນສະຖານທີ່ບໍລິການຂອງລັດໃກ້ບ້ານໄດ້ເລີຍ (ສະເພາະແຂວງທີ່ໄດ້ຮັບການຈັດຕັ້ງປະຕິບັດແຕ່ຫາກວ່າເປັນກໍລະນີໃຫຍ່ທີ່ສະຖານບໍລິການດັ່ງກ່າວ
ບໍ່ສາມາດປິ່ນປົວໄດ້ ກໍຈະສົ່ງຕໍ່ໄປບ່ອນທີ່ມີເງື່ອນໄຂເພື່ອປິ່ນປົວ ເຊິ່ງວ່າການໃຊ້ຈ່າຍໃນ ການເດີນທາງ ແມ່ນກອງທຶນປະກັນສຸຂະພາບຈະເປັນຜູ້ຈ່າຍໃຫ້ອີກດ້ວຍ.


ທີ່ສຳຄັນຫາກວ່າເກີດກໍລະນີເຈັບປ່ວຍກະທັນຫັນ ຫຼື ເກີດອຸບັດຕິເຫດສຸກເສີນ ໃນຂະນະທີ່ກຳລັງ ປະຕິບັດໜ້າທີ່ຢູ່ຕ່າງແຂວງ ກໍຍັງສາມາດນຳໃຊ້ສິດດັ່ງກ່າວໃນໂຮງໝໍລັດທົ່ວໄປໄດ້ເຊັ່ນດຽວກັນ ແຕ່ຕ້ອງປະສານງານຕິດຕໍ່ໄປຫາໂຮງໝໍເມືອງ ແລະ ແຂວງທີ່ຕົນຕັ້ງຖິ່ນຖານຢູ່ນັ້ນເພື່ອຢັ້ງຢືນ ແລະ ໂອນຖ່າຍຂໍ້ມູນມາໃຫ້ໂຮງໝໍທີ່ທ່ານກຳລັງປິ່ນປົວພາຍໃນ 48 ຊົ່ວໂມງ.


ໂດຍ ບຸນທຳ ແລະ ວາລະສານ ມະຫາຊົນ 
Ad