Top Ad

header ads

ໍຊົມເຊີຍ! ໄຊຍະບູລີ ແກ້ໄຂບັນຫາລົດເຖື່ອນໄດ້ດີ ທີ່ບັນດາແຂວງອື່ນຄວນເອົາເປັນແບບຢ່າງ


ອີງຕາມການລາຍງານຂອງຫນັງສືພິມເສດຖະກິດ ການຄ້າ  ຈາກການສຳພາດທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໃນໂອກາດກອງປະຊຸມລັດຖະບານ ເປີດກວ້າງ ລະຫວ່າງວັນທີ 7-8 ກັນຍາ 2017 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ວ່າ: ການແກ້ໄຂບັນການນຳລົດບໍ່ຖືກຕ້ອງຂອງແຂວງ ເຊິ່ງພາຍຫຼັງທີ່ໄດ້ຮັບແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ທາງແຂວງກໍ່ໄດ້ຮີບຮ້ອນໃນການແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂພາຫະນະບໍ່ຖືກຕ້ອງຂັ້ນແຂວງ ໂດຍແມ່ນທ່ານຮອງເຈົ້າແຂວງເປັນຫົວໜ້າຄະນະ, ມີພະນັກງານຂະແໜງການກ່ຽວຂ້ອງເປັນຄະນະ ແລະ ໄດ້ເຮັດແຈ້ງການໃຫ້ເຈົ້າຂອງພາຫະນະທີ່ນຳເຂົ້າມາບໍ່ຖືກຕ້ອງເຂົ້າມາຂຶ້ນບັນຊີເຮັດບົດບັນທຶກປົດປ້າຍ ແລະ ໃຫ້ມາເສຍພາສີຕາມລະບຽບການ.


ຜ່ານການຈັດຕັ້ງປະຕິບັດ ທາງແຂວງໄດ້ເຮັດເປັນ 2 ງວດຄື: ງວດທີ 1 ເລີ່ມຕັ້ງແຕ່ເດືອນມັງກອນ 2017 ເຊິ່ງໄດ້ແຈ້ງໃຫ້ເຈົ້າຂອງລົດທີ່ຂຶ້ນບັນຊີທັງໝົດ 870 ຄັນ ແລະ ໄດ້ມາເສຍພາສີຈຳນວນ 717 ຄັນ ສາມາດເກັບລາຍຮັບເຂົ້າງົບປະມານ 23,7 ຕື້ກີບ ແລະ ຍັງລົດຈໍານວນ 153 ຄັນຍັງຄ້າງ ແລະ ສືບຕໍ່ປະຕິບັດງວດທີ 2 ນັບແຕ່ເດືອນກໍລະກົດ 2017 ໄດ້ແກ້ໄຂລົດຈຳນວນຍັງຄ້າງຈຳນວນ 153 ຄັນ .


ມາຮອດປັດຈຸບັນໄດ້ແກ້ໄປແລ້ວ 81 ຄັນ ເກັບລາຍຮັບເຂົ້າງົບປະມານໄດ້ 2,5 ຕື້ກີບ ລົດຍັງຄ້າງຈຳນວນ 51 ຄັນ ທີ່ກໍາລັງສືບຕໍ່ປະຕິບັດໃຫ້ສໍາເລັດພາຍໃນເດືອນກັນຍາ 2017 ນີ້.

ທັງນີ້, ທ່ານເຈົ້າແຂວງໃຫ້ຮູ້ວ່າແຂວງໄຊຍະບູລີ ກໍ່ເປັນອີກແຂວງໜຶ່ງທີ່ມີດ່ານຊາຍແດນຕິດຈອດກັບບັນດາປະເທດເພືອນບ້ານ ໂດຍສະເພາະແມ່ນປະເທດໄທ ເຊິ່ງມີດ່ານປະເພນີເຖິງ 15 ດ່ານ  ແລະ ດ່ານສາກົນ 3 ດ່ານ ເຊິ່ງມັນເປັນດິນຕໍ່ແຜນກັນ ຈຶ່ງເປັນເງື່ອນໄຂເຮັດໃຫ້ມີການລັກລອບນຳເຂົ້າ ລົດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ



ທີາມາ www.laosupdate.com
Ad