Top Ad

header ads

ບໍ່ເຊື່ອຢ່າຫລົບລູ່!! ວິທີແກ້ເຄັດ...ເມື່ອທ່ານຕ້ອງນອນຕ່າງທີ່




ຫລາຍທ່ານຄົງຈະມີວາງແຜນໄປທ່ອງທ່ຽວຕ່າງແຂວງເພື່ອພັກຜ່ອນກັບຄອບຄົວ ຫລືຫມູ່ເພື່ອນ. ແນ່ນອນການນອນຄ້າງອ້າງແຮມໃນສະຖານທີ່ທີ່ບໍ່ແມ່ນເຮືອນຂອງຕົນເອງ ເຊັ່ນ: ໂຮງແຮມ, ບ້ານພັກ, ລີສອດ ອາດຈະສ້າງຄວາມບໍ່ຄຸ້ນເຄີຍເວລາພັກຜ່ອນຫລັບນອນພໍປານໃດ ນອກຈາກນັ້ນເຮົາກໍບໍ່ຮູ້ອີກວ່າຕຽງ ຫລືຫ້ອງທີ່ເຮົາໃຊ້ຈະຜ່ານມືໃຜມາຈັກຄົນ ຫລືຍັງມີສິ່ງລີ້ລັບທີ່ອາດເບິ່ງບໍ່ເຫັນດ້ວຍຕາສິງສະຖິດຢູ່ຫລືບໍ່.
ສະນັ້ນ, ພວກເຮົາເລີຍມີຄຳແນະນຳເລັກໆນ້ອຍມາຝາກຕ້ອນກ່ອນທ່ານຈະໄດ້ ‘ຈະເອ໋’ ກັບສິ່ງທີ່ສະຫຍອງຂວັນນັ້ນໆ.
1. ຢ່າຊູຊີຂໍຫ້ອງພັກຖ້າຫາກພະນັກງານບອກວ່າເຕັມແລ້ວ ເພາະເຂົາເຈົ້າອາດລຳບາກໃຈແລະໄຂຫ້ອງ’ພິເສດ’ໃຫ້ທ່ານພັກກໍ່ເປັນໄດ້.
2. ເມື່ອເຂົ້າຫ້ອງໃຫ້ເປີດໄຟ ແລະ ໄຂປະຕູປ່ອງຢ້ຽມ ຫລື ຜ້າກັ້ງອອກກ່ອນ ເພື່ອໃຫ້ອາກາດຖ່າຍເທ ແລະ ສະຫວາດສະເຫວີຍ ອາດຈະເປັນການສຳຫລວດຫ້ອງໃຫມ່ກໍ່ເປັນໄດ້.
3. ເວລານອນກາງຄືນບໍ່ໃຫ້ມອດໄຟຈົນຫມົດ ໃຫ້ເປີດໄຟໄວ້1ດອກ ອາດຈະແມ່ນໄຟຫ້ອງນ້ຳ
4. ບາງຄົນກ່ອນນອນ ຈົກເງິນໃບນ້ອຍໆຂຶ້ນມາວາງໄວ້ຫົວຕຽງ ແລ້ວກ່າວເຖິງສິ່ງລີ້ລັບ ຜູ້ປົກປັກຮັກສາ ຫລືເຈົ້າຂອງຕຽງຄົນເກົ່າວ່າເຮົາໄດ້ຈ້າງທີ່ຈ້າງທາງເພື່ອຂໍພັກເຊົາແລ້ວ ແລະປັດເສື່ອນອນ ຫລືສັ່ນຕຽງເລັກນ້ອຍກ່ອນຢ່ອນກົ້ນລົງນັ່ງຫລືຖິ້ມຫົວລົງນອນ
5. ກ່ອນນອນໃຫ້ປົດເກີບປີ້ນຫົວປີ້ນສົ້ນຮຽງກັນ ເພິ່ນວ່າເປັນການແກ້ກົນວ່າຊັ້ນ.
6. ກ່ອນນອນໃຫ້ນົບໄຫວ້ ແລະຄອບເຈົ້າທີ່ເຈົ້າທາງເພື່ອສະແດງເຖິງການນອບນ້ອມ ແລະບໍ່ໄດ້ມີປະສົງຫລົບລູ່ຜູ້ໃດ.
ນີ້ກໍແມ່ນຄວາມເຊື່ອສ່ວນຫນຶ່ງທີ່ຫລາຍຄົນປະຕິບັດມາ ແລມາເລົ່າປະນຳາກຕໍ່ປາກ.

ໂປດໃຊ້ວິຈາລະນະຍານໃນການອ່ານດ້ວຍເທີ້ນ!!!
Ad