Top Ad

header ads

ງານຍິ່ງໃຫຍ່ທີ່ສຸດແຫ່ງປີ 2017 ສະຫວັນທັງ 7 ຊັ້ນ VS ຊົນເຜົ່າເຮົາ ຄວາມພູມໃຈຂອງເຮົາ ທີ່ວັງວຽງ



ກຽມຕົວກຽມໃຈໃຫ້ພ້ອມໃກ້ເຂົ້າມາແລ້ວກັບງານທີ່ຍິ່ງໃຫຍ່ທີ່ສຸດຂອງປີ 2017 ກັບງານ Vangvieng Music Fest 2017 ແລະ Vangvieng music festival ປີ 3 ມັກງານໃດໄປງານນັ້ນ ປີນີ້ທັງສອງງານເພິ່ນໄດ້ຈັດໜັກຈັດເຕັມກວ່າທຸກໆປີໄດ້ຂົນກອງທັບສິນລະປິນທັງພາຍໃນປະເທດ ແລະ ພາຍນອກປະເທດມາຮ່ວມສ້າງຄວາມມັນໃນປີນີ້ ເພາະປີກ່ອນໆກະແສຕອບຮັບດີເກີນຄາດທາງຜູ້ຈັດງານຈິ່ງເພິ່ມ Level ຂອງຄວາມຍິ່ງໃຫຍ່ອະລັງການຂຶ້ນເຕີ່ມເພື່ອຮັບປະກັນໃຫ້ຜູ້ທີ່ຈະມາທ່ຽວງານນັ້ນໄດ້ເກັບເອົາຄວາມຊົງຈຳນັ້ນກັບໄປ.
ທັງສອງງານກໍ່ເລີ່ມປ່ອຍຕົວສິນລະປິນ ແລະ ດີເຈ ກັນອອກມາເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງຈະຄ່ອຍໆປ່ອຍກັນອອກມາເລື້ອຍໆຮັບຮອງທຸກທ່ານທີ່ໄປຮ່ວມງານບໍ່ຜິດຫວັງກັນຢ່າງແນ່ນອນ
Vangvieng Music Fest 2017 ຈັດຂື້ນໃນວັນທີ່ 15-16.12.2017 ເຊິ່ງສິນລະປິນທີ່ເພິ່ນປ່ອຍມານັ້ນມີດັ່ງນີ້: ( ຍັງຈະປ່ອຍຕາມກັນມາຕິດໆ )
















ສາມາດຕິດຕາມລາຍລະອຽດເພີ່ມເຕີມໄດ້ທີ່  Facebook: Vangvieng Music fest ວັງວຽງ

ສ່ວນງານ Vangvieng Music Festival ປີ 3 ຈັດຂຶ້ນໃນວັນທີ 22-23.12.2017 ກໍ່ໄດ້ເປີດຕົວສິນລະປິນກັນມາຕິດໆມີດັ່ງນີ້: ( ຍັງຈະປ່ອຍມາເລື້ອຍໆ ຮັບຮອງມີຫຍັງທີ່ພິເສດແນ່ນອນ )










 ສາມາດຕິດຕາມລາຍລະອຽດເພີ່ມເຕີມໄດ້ທີ່  Facebook: Vangvieng Music Festival

ຂອບໃຈທີ່ມາ www.penkangder.com




Ad