Top Ad

header ads

5 ວິທີໂສດແບບ! ໃຫ້ແຟນເກົ່າເສຍດາຍ




1. ຮັກໂຕເອງໃຫ້ຫລາຍຂື້ນ:
ອັນໃດກໍ່ຕາມທີ່ເຮັດແລ້ວຄິດວ່າມັນເປັນການດີຕໍ່ໂຕເຮົາກໍ່ຈົງລົງມືເຮັດໄປໄດ້ເລີຍ ບໍ່ວ່າຈະເປັນການເຮັດຜົມ ບໍາລຸງຜີວ ໃສ່ໃຈເລື້ອງສະໄຕການແຕ່ງໂຕ ຫລື ແມ່ນແຕ່ການປ່ຽນຊົງຜົມ ໃນເມື່ອບາງສິ່ງບາງຢ່າງອອກຈາກຊີວິດຂອງເຮົາໄປ ກໍ່ພຽງຫາສິ່ງໃຫມ່ເຂົ້າມາທົດແທນ ແລະ ທີ່ສໍາຄັນຈົ່ງຢ່າເຮັດໃຫ້ໂຕເອງໂຊມຢ່າງເດັດຂາດ ທ່ອງເອົາໄວ້ໃຫ້ຂື້ນໃຈ ເຮົາຄົນໃຫມ່ຕ້ອງໄສໄລຍິ່ງກວ່າເກົ່າ
2. ເລີກກັນແລ້ວເດ ຄີວຕໍ່ໄປເຊີນ:
ແຕ່ທັງນີ້ທັງນນັ້ນກໍ່ຕ້ອງຖາມໂຕເອງໃຫ້ດີໆກ່ອນວ່າພ້ອມທີ່ຈະເປີດຮັບໃຫ້ຄົນໃຫມ່ເຂົ້າມາໃນຊີວິດຫລືຍັງ ແຕ່ຖ້າພ້ອມແລ້ວກໍ່ບໍ່ແມ່ນເລື້ອງທີ່ຜິດທີ່ເຮົາຈະໃຫ້ໃຜອີກຄົນເຂົ້າມາໃນຊີວິດຂອງເຮົາ ແຕ່ກໍ່ຄວນລະວັງໃນເລື້ອງຂອງຄວາມຮູ້ສຶກ ຈົ່ງແຍກໃຫ້ອອກລະຫວ່າງຮູ້ສຶກດີ ກັບ ຮູ້ສຶກຮັກ ເພາເຮົາເອງກໍ່ຄົງບໍ່ຢາກທໍາຮ້າຍຄວາມຮູ້ສຶກໃຜ ແລະ ທີ່ສໍາຄັນຈົ່ງຮຽນຮູ້ຈາກຮັກຄັ້ງເກົ່າ ແລະ ນໍາມັນມາປັບໃຊ້ກັບຮັກຄັ້ງໃຫມ່ ແລະ ຢ່າເຮັດໃຫ້ມັນຜິດພາດເຫມືອນອະດີດ ຮັບຮອງໄດ້ເລີຍວ່ານອກຈາກຄວາມຫວານທີ່ຈະມີແກ່ຄູ່ຂອງເຮົາແລ້ວ ຄວາມຫວານເຫລົ່ານັ້ນກໍ່ອາດຈະໄປເຕະຕາແຟນເກົ່າຂອງເຮົາໃຫ້ໄດ້ອິດສາຫລີ້ນໆກໍ່ເປັນໄປໄດ້
3. ເຮັດທຸກຢ່າງທີ່ຢາກເຮັດ:
ການໂສດກໍ່ເປັນຂໍ້ດີຢ່າງຫນຶ່ງ ທີ່ເຮັດໃຫ້ເຮົາໄດ້ມີເວລາໃນການເຮັດສິ່ງຕ່າງໆທີ່ເຮົາບໍ່ເຄີຍໄດ້ເຮັດ ແລະ ການທີ່ເຮົາໄດ້ເຮັດໃນສິ່ງທີ່ມັກ ຄວາມເປັນທໍາມະຊາດຂອງເຮົາກໍ່ຈະເປີດເຜີຍອອກມາ ແລະ ເຊື່ອບໍ່ວ່າຫລາຍຕໍ່ຫລາຍຄົນຕ່າງກໍ່ຕົກຫລຸມຮັກຄວາມເປັນທໍາມະຊາດນີ້ແຫລະ
4. ຫ້າມຕິດຕໍ່ກັບແຟນເກົ່າຢ່າງເດັດຂາດ:
ຊ້ວງທີ່ເລີກກັນໃຫມ່ໆ ເປັນເຫມືອນດັ່ງຊ້ວງເວລາວັດໃຈໄດ້ເລີຍ ວ່າຝ່າຍໃດຈະເປັນຝ່າຍທີ່ຈະທັກກັນໄປກ່ອນ ເຊິ່ງແນ່ນອນຫາກໃຜເປັນຄົນທັກໄປກ່ອນ ຄົນນັ້ນຖືວ່າແພ້ໄປໂດຍປະລິຍາຍ ດັ່ງນັ້ນການທີ່ເລີກກັນໄປແລ້ວ ເຖິງວ່າຈະອາດກັບມາເປັນຫມູ່ທີ່ດີຕໍ່ກັນໄດ້ ແຕ່ໃນບາງຄັ້ງຄວາມສໍາພັນມັນກໍ່ໄກເກີນທີ່ຈະກັບມາເປັນຫມູ່ກັນ ແລ້ວ ດັ່ງນັ້ນຈົ່ງຢ່າຕິດຕໍ່ແຟນເກົ່າຢ່າງເດັດຂາດ ແຕ່ຈົ່ງເຮັດໂຕໃຫ້ມີຄວາມສຸກໃຫ້ໄດ້ຫລາຍທີ່ສຸດ ຈໍາໄວ້ວ່າຮ້ອງໄຫ້ໄດ້ແຕ່ຕ້ອງ ຮູ້ນໍາວ່າຈະລຸກຂື້ນມາເມື່ອໃດ ແລະ ເມື່ອລຸກຂື້ນມາແລ້ວກໍ່ຈົ່ງລຸກຂື້ນມາຢ່າງມີຄຸນຄ່າ ຢ່າເສຍດາຍກັບສິ່ງທີ່ເສຍໄປແຕ່ຈົ່ງໃຫ້ຄວາມຫມາຍກັບສິ່ງທີ່ມີຢູ່
5. ຢ່າປ່ຽນແປງໂຕເອງເພື່ອໃຜ:
ມັນຄົງຈະບໍ່ເປັນເລື້ອງທີ່ດີແນ່ນອນ ທີ່ເຮົາຈະປ່ຽນແປງໂຕເອງເພື່ອໃຫ້ໃຜມາມັກ ຫລື ຫັນກັບມາຮັກເຮົາ ຮູ້ຫລືບໍ່ວ່າ ການເປັນໂຕເອງຄືສິ່ງທີ່ດີທີ່ສຸດແລ້ວ ເພາະເຮົາຄົງຈະບໍ່ອາດມີຄວາມສຸກໄດ້ຫາກຕ້ອງພະຍາຍາມເຮັດໂຕເປັນໃນສິ່ງຕ່າງໆທີ່ບໍ່ແມ່ນໂຕເຮົາເລີຍ ຈໍາໄວ້ເລີຍວ່າ ໃນເມື່ອເປັນໃນສິ່ງທີ່ຄົນອື່ນມັກບໍ່ໄດ້ ກໍ່ພຽງກັບມາມັກໃນສິ່ງທີ່ໂຕເອງເປັນກໍ່ພໍ ຫາກຈະມີຄວາມສຸກກໍ່ຂໍໃຫ້ເປັນຄວາມສຸກທີ່ເກີດຂື້ນໄດ້ຈາກໂຕເອງ ຫາກຈະຍີ້ມ ຈະຮ້ອງໃຫ້ກໍ່ຢາກທີ່ຈະເຮັດໃຫ້ມັນເກີດຂື້ນຈາກໂຕເອງເຊັ່ນດຽວກັນ (ແຟນເກົ່າ) ຄໍາສັ້ນໆທີ່ໃຜຕໍ່ໃຜຕ່າງກໍ່ເຄີຍໄດ້ຍິນ ແຕ່ຄົງບໍ່ມີໃຜຢາກທີ່ຈະເປັນ ການທີ່ຈະເຮັດໃຫ້ແຟນເກົ່າໃຫ້ຮູ້ສຶກເສຍດາຍນັ້ນ ສິ່ງແລກເລີຍທີ່ຈະຕ້ອງເຮັດນັ້ນກໍ່ຄືການຫັນກັບມາຮັກໂຕເອງ ເພາະເມື່ອເຮົາຮັກໂຕເອງແລ້ວຄຸນຄ່າຂອງເຮົາກໍ່ຈະເພີ້ມຫລາຍຂື້ນ ຄວາມເປັນທໍາມະຊາດ ແລະ ຄວາມເປັນໂຕເຮົາກໍ່ຈະຄືນກັບມາ ເພື່ອລໍໂອກາດພົບກັບຄົນໃຫມ່ທີ່ດີກວ່າເກົ່ານັ້ນເອງ
ທີ່ມາ ຈັກເດ
Ad