Top Ad

header ads

ດ່ວນ! ເກີດເຫດລົດນັກໂທດປີ້ນ ຢູ່ທາງໄປນາກາຍ ມີຜູ້ເສຍຊີວິດ ແລະ ບາດເຈັບ 10 ກວ່າຄົນ


ອີງຕາມຂໍ້ມູນຈາກມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນໃຫ້ຮູ້ວ່າ: ໃນມື້ນີ້ (13 ມີນາ 2018) ໄດ້ເກີດອຸບັດຕິເຫດລົດບັນຈຸນັກໂທດປິ້ນ ຢູ່ທາງໄປເມືອງນາກາຍ ແຂວງຄຳມ່ວນ ເຊິ່ງເປັນທາງຄ້ອຍຊັ້ນ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຫຼາຍສິບຄົນ.



ຕາມແຫລ່ງຂ່າວຈາກເມືອງຍົມມະລາດລາຍງານວ່າ ໃນລົດຄັນດັ່ງກ່າວມີທັງມົດ 25 ຄົນ ໃນນີ້ເປັນເຈົ້າຫນ້າທີ່ຕຳຫຼວດ 4 ຄົນ  ແຕ່ໃນຂະນະເກີດເຫດຍັງມີຄົນຂຶ້ນລົດບໍ່ໝົດ, ໂດຍມາຮອດປັດຈຸບັນມີລາຍງານວ່າມີຜູ້ເສຍຊິວິດແລ້ວ 5 ຄົນ.
ຜູ້ບາດເຈັບຈຳນວນຫນຶ່ງແມ່ນນຳມາປິ່ນປົວຢູ່ໂຮງຫມໍ ເມືອງຍົມມະລາດເບື້ອງຕົ້ນ ຫຼັງຈາກນັ້ນກໍນໍາສົ່ງໄປໂຮງໝໍແຂວງຄຳມ່ວນ.



ສ່ວນສາເຫດ ລວມເຖິງລາຍລະອຽດອື່ນໆ ຕ້ອງລໍຖ້າການຢັ້ງຢືນຈາກເຈົ້າຫນ້າທີ່ອີກຄັ້ງ ເຊິ່ງທີມງານລາວອັບເດດຈະລາຍງານໃຫ້ຊາບຕື່ມອີກ.



ແຫຼ່ງທີ່ມາຈາກວີດີໂອ ຈາກມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan


Ad