Top Ad

header ads

ອັງກິດ ຂັບໄລ່ເຈົ້າຫນ້າທີ່ການທູດລັດເຊຍ 23ຄົນ



ລັດຖະບານສະຫະຣາຊະອານາຈັກ ຂັບໄລ່ເຈົ້າຫນ້າທີ່ການທູດຂອງລັດເຊຍ 23ຄົນ ຫລັງລັດຖະບານມອສໂກປະຕິເສດຊີ້ແຈງເຫດການທີ່ອະດີດສາຍລັບລັດເຊຍເຊິ່ງລີ້ໄພຢູ່ໃນປະເທດໄດ້ຮັບສານພິດຮຸນແຮງ ຂະນະທີ່ລັດເຊຍເຕືອນວ່າ: ອັງກິດເລືອກເອງທີ່ຈະປະເຊີນຫນ້າ
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງລອນດອນ ປະເທດອັງກິດເມື່ອວັນທີ 15ມີນາວ່າ: ນາຍົກລັດຖະມົນຕີເທເຣຊາ ເມ ຖະແຫລງຕໍ່ສະພາສາມັນເມື່ອວັນພຸດວ່າ: ຈາກກໍລະນີທີ່ເກີດຂື້ນກັບທ່ານເຊີເກ ສະກີພັດ ອະດີດເຈົ້າຫນ້າທີ່ຫນ່ວຍຂ່າວກອງທາງທະຫານຂອງລັດເຊຍ ເຊິ່ງລີ້ໄພຢູ່ໃນປະເທດຕັ້ງແຕ່ປີ 2553 ແລະ ນາງສາວ ຍູເລີຍ ສະກີພັດ ລູກສາວ ລັດຖະບານອັງກິດບໍ່ມີທາງເລືອກອື່ນນອກຈາກການຂັບໄລ່ເຈົ້າຫນ້າທີ່ການທູດຂອງລັດເຊຍ 23ຄົນ ອອກຈາກສະຫະຣາຊະອານາຈັກ ໂດຍເຈົ້າຫນ້າທີ່ກຸ່ມນີ້ຖືເປັນເຈົ້າຫນ້າທີ່ຂ່າວກອງທີ່ບໍ່ປະກົດຕົວ ຕ້ອງເດີນທາງອອກນອກປະເທດພາຍໃນ 7ມື້ ຖືເປັນການຂັບໄລ່ນັກການທູດຕ່າງຊາດຈຳນວນຫລາຍທີ່ສຸດຂອງສະຫະຣາຊະອານາຈັກ ນັບຕັ້ງແຕ່ຍຸກສົງຄາມເຍັນ




ຂະນະດຽວກັນ ເມປະກາດຍົກເລີກຄຳເຊີນໃຫ້ທ່ານເຊີເກ ລາຣັອບ ລັດຖະມົນີກະຊວງການຕ່າງປະເທດໃນການເຍືອນກຸງລອນດອນຍ່າງເປັນທາງການໃນປີນີ້ ແລະ ລະງັບກຳນົດການພົບຫາລືລະຫວ່າງເຈົ້າຫນ້າທີ່ລະດັບສູງຂອງທັງສອງປະເທດໃນທຸກກະຊວງ ນອກຈາກນີ້ຜູ້ນຳສະຫະຣາຊະອານາຈັກຍືນຍັນວ່າ: ເຈົ້າຊາຍວິລລຽມ ເຊິ່ງຊົງດຳລົງຕຳແຫນ່ງປະທານສະມາຄົມບານເຕະອັງກິດ ຈະບໍ່ສະເດັດເຍືອນກຸງມອສໂກໃນເດືອນມິຖຸນານີ້ ເພື່ອຊົງຮ່ວມພິທີເປີດການແຂ່ງຂັນບານເຕະໂລກທີ່ລັດເຊຍເປັນເຈົ້າພາບເຊັ່ນດຽວກັນ ເຈົ້າຫນ້າທີ່ລະດັບສູງໃນລັດຖະບານ ແລະ ນັກການເມືອງຍຂອງສະຫະຣາຊະອານາຈັກເຊິ່ງຈະບໍ່ເດີນທາງເຍືອນລັດເຊຍໃນຊ່ວງເວລານັ້ນນຳ
ແນວໃດກໍ່ຕາມ ເມຍັງຄົງບໍ່ໄດ້ກ່າວພາດພິງບຸກຄົນ ຫນ່ວຍງານລັດ ຫລື ບໍລິສັດເອກະຊົນໃດຂອງລັດເຊຍ ທີ່ອາດຖືກຂື້ນບັນຊີດຳຖານມີສ່ວນກ່ຽວຂ້ອງກັບການໃຊ້ສານເຄມີອອກລິດຮ້າຍແຮງຕໍ່ລະບົບປະສາດ ທຳຮ້າຍພໍ່ລູກສະກີພັດ ທີ່ເມືອງຊາລິສບິວຣີ ທາງຕອນກາງຂອງອັງກິດເມື່ອວັນທີ 4ມີນາທີ່ຜ່ານມາ ແຕ່ນາງໃຊ້ຄຳວ່າມີຄວາມເປັນໄປໄດ້ສູງຫລາຍທີ່ລັດດຖະບານມອສໂກມີສ່ວນຮູ້ເຫັນຈາກການທີ່ສານພິດນັ້ນມາຈາກໂຄງການ ໂນວິຊ໋ອກ ຕັ້ງແຕ່ສະໄຫມສະຫະພາບໂຊວຽດ



ດ້ານກະຊວງການຕ່າງປະເທດລັດເຊຍອອກຖະແຫລງການໃນເວລາຕໍ່ມາວ່າ: ສະຫະຣາຊະອານາຈັກເປັນຝ່າຍເລືອກທີ່ຈະປະເຊີນຫນ້າກັບລັດຖະບານມອສໂກ ແລະ ຍືນຍັນຈະມີການຕອບໂຕ້ຕາມຄວາມເຫມາະສົມ ຫລັງກ່ອນຫນ້ານັ້ນທ່ານເຊີເກ ລາຣັອບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວວ່າ: ລັດຖະບານມອສໂກບໍ່ກ່ຽວຂ້ອງກັບເລື່ອງນີ້ ແລະ ຈະບໍ່ມີການຊີ້ແຈງໃດໃດທັງຫມົດ ຈົນກວ່າລັດເຊຍຈະໄດ້ຮ່ວມກວດສອບຕົວຍ່າງຂອງສານທີ່ອີກຝ່າຍອ້າງວ່າມາຈາກໂຄງການໂນວິຊ໋ອກ ສ່ວນທ່ານວາສຊິລີ ເນເບນເຊຍ ເອກອັກຄະາຊະທູດລັດເຊຍ ປະຈຳສະຫະປະຊາຊາດກ່າວວ່າ: ສະຫະຣາຊະອານາຈັກຕ້ອງການກົດດັນໃຫ້ລັດເຊຍຮັບສາລະພາບທັງທີ່ຍັງບໍ່ສາມາດສະແດງຫລັກຖານທີ່ເປັນຮູບປະທຳຫລາຍກວ່າຄຳກ່າວອ້າງເລື່ອນລອຍ


Ad