Top Ad

header ads

ນັກທຸລະກິດ​ຜູ້​ໃຈ​ບຸນຈົກ​ເງິນ​ຕົນ​ເອງຫລາຍ​ຕື້​ກີບ​ເພື່ອ​ປ່ຽນ​ຊີວິດ​ຄົນ​ຂໍທານຢູ່​ສະຫວັນ​ນະ​ເຂດ


ໄດ້​ຍິນ​ຄໍາ​ສຸພາສິດ​ກ່າວ​ວ່າ: “ໄຫ​ໃຫຍ່​ລົ້ນ​ໄຫ​ນ້ອຍ​ບໍ່​ເຕັມ” ​ເບື້ອງ​ຕົ້ນ​ກໍ​ຄິດ​ເປັນ​ເລື່ອງ​ຫລິ້ນໆ ​ແລະ ບໍ່​ໄດ້​ມີ​ຫຍັງ​ພິ​ເສດ​ທີ່​ຄວນ​ຈະ​ເກັບ​ມາ​ຄິດ​ໃສ່​ສະໜອງ​ຫຍັງ​ຫລາຍ​ເລີຍ ​ແຕ່​ບາງ​ເອີນ​ຜູ້​ຂຽນ​ຫາ​ກໍ​ກັບ​ມາ​ຈາກ​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້​ໝາດໆ​ຈິ່ງ​ຮູ້ສຶກ​ວ່າ​ບາງ​ຄັ້ງ​ມັນ​ກໍຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ພຶດຕິ​ກໍາ​ຕົວ​ຈິງ​ໃນ​ສັງຄົມ​ລະຫວ່າງ​ຜູ້​ທຸກ​ກັບ​ຜູ້​ຮັ່ງ ລວມທັງ​ແຕກ​ໂຕນ​ກັນ​ລະຫວ່າງຄົນ​ດໍາລົງ​ຊີວິດຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຊິ່ງຄົນ​ໃນ​ສັງຄົມ​ບໍ່​ຄ່ອຍ​ມັກ​ຍົກ​ຂຶ້ນ​ມາ​ເວົ້າ ຂະນະ​ທີ່ ຄວາມ​ເປັນ​ຈິງ​ນັ້ນພັກ-ລັດຖະບານ​ຍາມໃດ​ກໍ​ໃຫ້​ຄວາມ​ສໍາຄັນ ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ ​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ກົກ​ສຸດ​ປາຍ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ລາວ​ບັນດາ​ເຜົ່າ​ຢູ່​ດີ​ກິນ​ດີ ບ້ານ​ເມືອງ​ມີ​ຄວາມ​ສະຫງົບ​ສຸກ ​ແລະ ປະ​ເທດ​ຊາດ​ໄດ້​ຮັບ​ການ​ພັດທະນາ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ.


ເດືອນ​ຜ່ານ​ມາ, ຜູ້​ຂຽນ​ໄດ້​ແບກ​ກະ​ເປົາ​ເຄື່ອງ​ພ້ອມ​ຖົງ​ກ້ອງຖ່າຍຮູບ ​ແລະ ​​ໃສ່​ໂສ້ງຂາ​ສັ້ນ​ເກົ່າໆ​ເດີນທາງ​ມຸ່ງ​ໜ້າ​ສູ່ບັນດາ​ແຂວງ​ພາກ​ໃຕ້-ພາກ​ກາງຂອງ ສປປ ລາວ ພໍ​ເມື່ອ​ຂັບ​ລົດ​ຈາກ​ນະຄອນຫລວງ​ວຽງ​ຈັນ​ເຖິງ​ແຂວງ​ສະຫວັນ​ນະ​ເຂດ​ກໍ​ໃຊ້​ເວລາ​ປະມານ 4 ຊົ່ວ​ໂມງ​ກວ່າ​ກັບ​ໄລຍະ​ທາງ 400 ກວ່າ​ກິ​ໂລ​ແມັດ ​ໃນ​ເວລາ​ຂັບ​ໄປ​ນັ້ນ ຜູ້​ຂຽນ​ໄດ້​ຍິນ​ສຽງ​ໂທລະ​ສັບຈາກ​ເພື່ອນ​ນັກ​ຂ່າວ​ໂທລະສັບ​ມາຫາພ້ອມ​​ແນະ​ນໍາ​ວ່າຢ່າ​ລືມ​ມາ​ແວະ​ຢ້ຽມຢາມ​ເຮືອນ ​ແລະ ຮັບ​ປະທານ​ອາຫານ​ຄາບ​ທ່ຽງ​ເດີ​ເພາະ​ດົນ​ແລ້ວ​ບໍ່​ໄດ້​ເຫັນ​ໜ້າ​ກັນ ສຸດ​ທ້າຍ​ກໍ​ໄດ້​ຕັດສິນ​ໃຈ​ແວະຢ້ຽມຢາມ​ຕາມ​ມາລະຍາດ ​ແລະ ຄວາມ​ເປັນ​ມິດ​ສະຫາຍ​ໃນ​ອຸດົມ​ການ​ດຽວ​ກັນ ພາຍຫລັງ​ກິນ​ອາຫານ​ທ່ຽງ​ແລ້ວ ​ແລະ ສືບ​ຕໍ່​ໂອ້​ລົມ​ແລ​ກປ່ຽນ​ຄວາມ​ຄິດ​ເຫັນ​ຕາມ​ພາສາ​ຄົນ​ເຮັດ​ຂ່າວ ​ເຊິ່ງ​ເພື່ອນ​ຂອງ​ຜູ້​ຂຽນ​ລາຍ​ນີ້​ໄດ້​ລັ່ນ​ວາຈາ​ວ່າ​ເຮົາ​ຈະ​ພາ​ໂຕ​ໄປ​ ພົບ ນັກທຸລະກິດ​ໃຈ​ບຸນ ມີນາ​ມວ່າ ທ່ານ ​ເກ​ຍ ອູ໊ສິດທິ​​ເດດ ຈາກ​ເປັນ​ກໍາມະກອນ​ຮັບຈ້າງຂົ້ວ​ກາ​ເຟອະດີດ​ກາຍ​ເປັນ​ນັກທຸລະກິດ​ໂດ່​ງດັງ ​ແລະ ​ເປັນ​ນັກ​ພັດທະນາ​ແຫ່ງ​ຊາດ​​ໂດຍ​ເລີ່​ມຜົນງານ​ອັນ​ໂດດ​ເດັ່ນ​ຄື​​ເດ່ມື​ເຂົ້າ​ໄປ​ຊ່ວຍ​ເຫລືອ​ສ້າງ​ງານ, ສ້າງ​ອາຊີບ ​ແລະ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່ໃຫ້​ຜູ້​ທຸກ​ຍາກ ຫລື ຄົນ​ຂໍທານ 27 ຄອບຄົວຢູ່​ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຂະນະ​ທີ່ ນັກທຸລະກິດ​ລາຍ​ນີ້​ຢືນຢັນວ່າ​​ໄດ້​ຊັບ​ຕົນ​ເອງ​ປະມານ 6 ຕື້​ກວ່າ​ກີບ​ໂດຍ​ບໍ່​ຫວັງ​ຜົນ​ຕອບ​ແທນ​ເພື່ອ​ເຮັດ​ໃຫ້​ກຸ່ມ​ຜູ້​ທຸກ​ຍາກ​ ​ແລະ ຂໍທານເຫລົ່າ​ນັ້ນ​ຫັນ​ກັບ​ມາ​ເຮັດ​ອາຊີບ​ທີ່​ໝັ້ນຄົງ ​ແລະ ປະ​ຖິ້ມ​ອາຊີບ​ຂໍທານ.


ຫລ້າ​ສຸດ ທ່ານ ​ເກ​ຍ ອູ໊ສິດທິ​​ເດດ ​ເຈົ້າ​ຂອງທຸລະກິດ ( ບໍລິສັດ​ອຸດົມ​ຊັບ ​ແຮ່​ຊາຍ, ບໍລິສັດ​ອຸດົມ​ຊັບ​ກໍ່ສ້າງ​ຈໍ​າກັດ​ຜູ້​ດຽວ ​ແລະ ​ໂຮງງານ​ຜະລິດ​ນໍ້າກ້ອນ ​ແລະ ນໍ້າ​ດື່ມ​ປາ​ໂລມາ​ຄໍາ​​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​ສໍານັກ​ຂ່າວສານ​ປະ​ເທດ​ລາວ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ​ຊຸມ​ປີ 1964 ຕົນ​ເອງ​​ໄດ້​ປົບ​ໜີ​ສົງຄາມ ​ແລະ ຫລົບ​ຊ້ອນຢູ່​ດົງ​ປ່າຕືບ​ເຂດ​ຊາຍ​ແດນ​ລາວ-ຫວຽດນາມ​​ໃນ​ແຂວງ​ສະຫວັນ​ນະ​ເຂດເພາະ​ຢ້ານເຮືອບິນ​ຝ່າຍ​ກົງກັນຂ້າມຖິ້ມ​ລະ​ເບີດ​ໃສ່​ຫົວ ໃນ​ນັ້ນ​ເວລາ​ນັ້ນຄອບຄົວ​ພໍ່​ແມ່​ຂອງ​ຕົນ​ເອງ​ກໍ​ບໍ່​ໄດ້​ມີ​ໂອກາດ​ປະກອບ​ອາຊີບ ​ແລະ ບໍ່ມີ​ເວລາ​ຄ້າ​ເຕັມ​ເມັດ​ເຕັມ​ໜ່ວຍ ທັງໆ​ທີ່​ພໍ່​ແມ່​ຢືດຖື​ອາຊີບ​ຄ້າຂາຍ​ ​ແຕ່​ມາ​ຮອດຊຸມ​ປີ 1970-1980 ຍົກຍ້າຍ​ເຂົ້າ​ມາ​ຊອກ​ຊອກ​ວຽກ​ເຮັດ​ງານ​ທໍາ, ​ເປັນ​ກໍາມະກອນ​ຮັບຈ້າງ​ຂົ້ວ​ກາ​ເຟຢູ່​ເມືອງ​ໄກສອນ​ພົມວິຫານ ​ແຂວງ​ສະຫວັນນະ​ເຂດ ​ເວລາ​ຕໍ່​ມາ​ຫັນ​ຕົ​ວ​ເອງ​ເຮັດ​ທຸລະ​ກິດ​ຄ້າຂາຍ, ​ໂຮງ​ຕົ້ມ​ເຫລົ້າ, ​ໂຮງ​ນໍ້າກ້ອນ​ໄປ​ພ້ອມໆ​ກັນກັບ​ປະຢັດ​ ​ແລະ ​ເກັບ​ອອມຈົນທຸລະ​ກິດ​ແຕກ​ດອກ​ອອກ​ຜົນ​ເຖິງ​ປັດຈຸບັນ. 


ທ່ານ ​ເກ​ຍ ອະທິບາຍ​ວ່າ: ການ​ເຮັດ​ທຸລະ​ກິດຂອງ​ຕົນ​ສ່ວ​ນ​ໃຫຍ່​ແມ່ນຕິດພັນກັບ ການໃຫ້ສັງຄົມ​ໂດຍ​ບໍ່​ຫວັງ​ຜົນ​ຕອບ​ແທນ​ໃດໆ ​ເຊິ່ງຂັ້ນ​ເທີ​ງກໍ​ເປັນ​ຫວ່ງ​ເປັນ​ໄຍ ​ແລະ ​ໄດ້ມອບ​ໃບຍ້ອງຍໍສັນ ລະເສີນ ຈໍານວນ​ຫລາຍ ຕໍ່​ມາວັນທີ 25 ພະຈິກ 2015 ນີ້ ທາງ ຂັ້ນ ເທິງເພີ່ນໄດ້ຄັດ ເລືອກເປັນນັກພັດ ທະນາ ແຂ່ງຂັນ ໃນການສ້າງຢູ່ທຳກິນປອດໃສຂາວ ສະອາດດີເດັ່ນແຫ່ງຊາດ 1 ໃນ 5 ຄົນ ໃນບັ້ນສະຫລຸບແຂ່ງຂັນຮັກຊາດ. 


ປີ 2015 ທ່ານໄດ້​ປະກອບສ່ວນທຶນຕົນ​ເອງ 2 ຕື້​ກວ່າ​ກີບ​ເຂົ້າ​ໃນ​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກຊ່ວຍ​ປະຊາຊົນ 27 ຄອບຄົວ​ເປົ້າ​ໝາຍຢູ່​ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ​ເພື່ອ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ການ​ດຳລົງ​ຊີວິດ​​ດີ​ຂຶ້ນ, ​ຫຍັບ​ຫ່າງ​ອອກ​ຈາກ​ການ​ໄປ​ຂໍທານ, ຮູ້​ອອກ​ແຮງ​ງານເພີ່ມ​ພູນ​ຜະລິດຜົນ ສ້າງ​ເສດຖະກິດ​ຄອບຄົວ​ແບບ​ກຸ້ມ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ສ້າງ​ຄວາມ​​ເຂັ້ມ​ແຂງໃຫ້​ຕົນ​ເອງ ເຊິ່ງ​ໂຄງການ​ດັ່ງກ່າວ​ໄດ້​ສະໜອງເຂົ້າ​ກິນຈຳ​ນວນ 34.000 ກວ່າກິ​ໂລມູນ​ຄ່າ 158 ລ້ານ​ກວ່າ​ກີບ, ​ເຈາະ​ນ້ຳ​ບາ​ດານ ຈຳນວນ 75 ໜ່ວຍ, ​ແອ່ງ​ໃສ່​ນ້ຳ 120 ໜ່ວຍ, ບຸກ​ເບີກ​ເນື້ອ​ທີ່​ນາ 110 ​ເຮັກຕາ, ​ແນວ​ພັນ​ເຂົ້າ 7.000 ກິ​ໂລ, ສ້ອມ​ແປງ​ໂຮງຮຽນ-ຫ້ອງ​ນໍ້າ, ຈັດ​ສັນ​ເນື້ອ​ທີ່​ສວນ​ປູກ​ພືດ​ຕ່າງໆ 90 ຕອນ 42.870 ​ເຮັກຕາ, ມອບ​ເຄື່ອງນຸ່ງ​ຫົ່ມ, ອຸປະກອນ​ການ​ຮຽນ, ໜໍ່ກ້ວຍ 2. 000 ໜໍ່, ​ມັນ​ຕົ້ນ, ໜໍ່​ພ້າວ ​​ແລະ ອື່ນໆ ພ້ອມ​ດຽວ​ກັນ ​ກໍ​ຍັງ​ໄດ້​ຝຶກ​ວິຊາ​ຊີບ​ໃຫ້​ຄົນ​ຂໍທານ, ​ເຊີນ​ວິຊາ​ການດ້ານ​ປູກ​ເຂົ້າ ລົງ​ວິ​ໄຈ​ດິນ​ນາ ​ແລະ ​ແນວ​ພັນ​ເຂົ້າທີ່​ຈະ​ປູກ ພ້ອມ​ທັງ​ແນ​ະ​ນຳ​ວິທີ​ການ​ປູກ, ການ​ບົວລະບັດ​ຮັກສາ ​ແລະ ​ເກັບ​ກ່ຽວ​ຜົນລະປູກ, ນອກຈາກ​ນັ້ນ, ​ໄດ້​ຮ່ວມ​ມື​ກັບ​ ສູນ​ຈັດ​ສັນ​ອາຊີບ​ຄົງ​ທີ່ ​ຂອງ​ເມືອງ​ຈຳ​ພອນ ​ເກັບ​ຊື້​ຜົນ​ຜະລິດຈາກ​ຊາວບ້ານ ​ເພື່ອ​ສ້າງ​ລາຍ​ຮັບໃຫ້​ເຂົາ​ເຈົ້າ.


ໃນ​ປີ 2016 ຂ້າພະເຈົ້າເຫັນວ່າ​ຍັງ​ມີຄວາມຈຳເປັນຫລາຍ ​ແລະ​ ໄດ້ຮັບຕື່ມອີກ 50 ຄອບຄົວ ເປັນ 70 ກວ່າຄອບຄົວກັບ 484 ຄົນ ​​ເຊິ່ງປັດຈຸບັນ​ນີ້​ຊີວິດ​ການ​ຢູ່​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ກວ່າ​ເກົ່າ​ຫລາຍ​ເທົ່າ ​ແລະ ກຸ່ມເປົ້າໝາຍກໍ​ໄດ້​ຢຸດໄປເລາະຂໍທານໄດ້ 90%. ສໍາລັບ​ແຜນ​ໃນຕໍ່​ໜ້າ​ຍັງ​ສືບຕໍ່ຊ່ວຍ​​ເຫລືອ​ປະຊາຊົນຢູ່ບ້ານໂນນຄ້າໃນ 30 ຄອບຄົວ ​ແຕ່​ບໍ່​ແມ່ນບ້ານເປົ້າໝາຍ ​ເຊິ່ງ ພວກເຮົາ ກຳລັງລົງໄປຊ່ວຍ ເປັນຂັ້ນຕອນທີ 2. ລະຫວ່າງ​ວັນ​ທີ 26 ມັງກອນ 2017 ຜ່ານ​ມາ​ນີ້, ທ່ານ ບຸນຍັງ ວໍລະຈິດ ປະ​ທານ​ປະ​ເທດ​ແຫ່ງ ສປປ ລາວກໍໄດ້ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ໃຫ້​ທິດຊີ້ນຳທາງ ອຳນາດການປົກຄອງເມືອງສົມທົບກັບບໍລິສັດທີ່ໄກ້ຄຽງ ແລະ ໂຮງງານ​ຜະລິດ​ນໍ້າກ້ອນ ​ແລະ ນໍ້າ​ດື່ມ​ປາ​ໂລມາ​ຄໍາ​ຂອງພວກເຮົານີ້ ​ໄປ​ຊ່ວຍອີກ ເພາະເຫັນຫລາຍຄອບຄົວຖອຍຫ່າງຈາກການຂໍທານກິນ ໂດຍຟື້ນຖານ ປັດຈຸບັນ​ນີ້ ​ໃນ​ເຂດ​ດັ່ງກ່າວ​ກຳລັງເກີດໜໍ່ແໜງ ໃຫ້ປະຊາຊົນຮູ້ການປູກຝັງ, ລ້ຽງສັດ ​ເພື່ອ​ປະກັນ​ໃຫ້​ເຂົາ​ເຈົ້າກຸ້ມກິນ ​ແລະ ຢູ່​ໄດ້ດ້ວຍຕົນເອງ. ​​ພາບ-ຂ່າວ: ​ເກີດ​ຂວັນ​ໃຈ
Ad