Top Ad

header ads

ຂ່າວດ່ວນ! ລົດເມໄປທ່ຽວຫວຽດນາມປີ້ນເຈັບຫຼາຍຄົນ ທາງ 13 ໃຕ້ 23/5/2018

 

ຕາມລາຍງານຈາກປະຊາຊົນທີ່ເຫັນເຫດການໃຫ້ຮູ້ວ່າ ຕອນເຊົ້າມື້ນີ້ (ວັນທີ 23/5/2018) ໄດ້ເກີດອຸບັດຕິເຫດ ລົດເມຂົນສົ່ງນັກທ່ອງທ່ຽວໄປຫວຽດນາມປີ້ນຫງາຍທ້ອງຕົກຂ້າງທາງທີ່ຖະໜົນ 13 ໃຕ້, ເຂດບ້ານເປີນ ເມືອງປາກຊັນແຂວງບໍລິຄຳໄຊ.


ຕາມຂໍ້ມູນທີ່ບໍ່ເປັນທາງການຜູ້ຢູ່ໃນລົດສ່ວນໃຫຍ່ແມ່ນຜູ້ອາຍຸສູງ ເຈັບໜັກຫຼາຍຄົນ ແຕ່ເຂດນັ້ນບໍ່ມີໜ່ວຍກູ້ໄພຢູ່ໃກ້ຈິ່ງພາກັນຊ່ວຍເຫຼືອກັນຂົນເຄື່ອງຂອງ ແລະເອົາຄົນໃນລົດອອກມາຢ່າງອີລ່າອີເລືອ.


ເຫດການຄັ້ງນີ້ຮູ້ພຽງວ່າລົດປີ້ນລົງສົ້ນຂົວບ້ານເປີນແຂວງບໍລິຄຳໄຊ ແຕ່ຍັງບໍ່ມີຂໍ້ມູນລະບຸມີທັງໝົດຈັກ ເຈັບຈັກຄົນ ຢ່າງໃດກໍ່ຕາມຂໍໃຫ້ທຸກຄົນປອດໄພເດີ!!!!

Ad