Top Ad

header ads

ລັດຖະບານ ຕັດສິນໃຈ ປັບລາຄາຄັງແຮນໍ້າມັນເຊື້ອໄຟລົງ 200 ກີບ/ລິດ ເພື່ອປະຄອງລາຄານໍ້າມັນບໍ່ໃຫ້ສູງຂຶ້ນ



ອີງຕາມການຊີ້ນຳຂອງກອງປະຊຸມນາຍົກ ຮອງນາຍົກ ຄັ້ງວັນທີ16 ພຶດສະພາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບ ເຂດທົ່ວປະເທດ ສະບັບເລກທີ 0582/ອຄ.ກຄພນ, ລົງວັນທີ 17 ພຶດສະພາ 2018 ເຖິງສະມາຄົມນ້ຳມັນ ເຊື້ອໄຟ ແລະ ອາຍແກ໊ດ, ບັນດາບໍລິສັດ ນ້ຳມັນເຊື້ອໄຟ ເລື່ອງແຈ້ງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ການປັບລາຄາຄັ້ງນີ້ແມ່ນຫຼຸດຄັງແຮລົງ200ກີບຕໍ່ລິດ  ເພື່ອປະຄອງບໍ່ໃຫ້ລາຄານໍ້າມັນເຊື້ອໄຟຂອງປະເທດປັບຕົວສູງຂຶ້ນ,  ສ່ວນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຍັງຄົງລາຄາເກົ່າຈາກການປັບຄັ້ງກ່ອນ.

ກະຊວງອຸດສາຫະກຳແລະການຄ້າກ່າວວ່າ: ການປັບຄັ້ງນີ້ ເນື່ອງຈາກວ່ານໍ້າມັນເຊື້ອໄຟ ແມ່ນສິນຄ້າຍຸດທະສາດໜຶ່ງທີ່ລັດຄຸ້ມຄອງ, ແມ່ນສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຕາມລຳລັດ 474/ນຍ,ລົງວັນທີ 18/11/2010. ແມ່ນສິນຄ້າທີ່ສ້າງລາຍຮັບຕົ້ນຕໍເຂົ້າງົບປະມານຂອງລັດດ້ວຍການເກັບພາສີ ແລະ ອາກອນ ຈາກການນໍາເຂົ້າ ເມື່ອເປັນສິນຄ້າຄວບຄຸມ ຈຶ່ງມີການຄຸມຄ້ອງແຕ່ຂອດສ້າງຕັ້ງ, ຂອດນໍາເຂົ້າ, ຂອດຈໍາໜ່າຍ, ຄຸ້ມຄອງທາງດ້ານລາຄາ, ການໃຫ້ບໍລິການກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ແລະ ເງື່ອນໄຂອື່ນໆ ຕາມນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ. ນໍ້າມັນເຊື້ອໄຟໃນ ສປປ ລາວ ແມ່ນນຳເຂົ້າສຳເລັດຮູບ 100% ເຊິ່ງປະລິມານການຊົມໃຊ້ແຕ່ລະປີແມ່ນສະເລ່ຍບໍ່ຫຼຸດ 1.000 ລ້ານລິດປີ, ເຊິ່ງເປັນການໃຊ້ຈ່າຍເງິນຕາຢ່າງມະຫາສານ ແລະ ຍັງບໍ່ທັນໄດ້ບວກກaບການນໍາເຂົ້າສິນຄ້າປະເພດອື່ນໆ.



ການຕິດຕາມສະພາບການເໜັງຕິງລາຄານໍ້າມັນເຊື້ອໄຟແມ່ນໄດ້ຕິດຕາມຈາກ 2 ແຫຼ່ງຫຼັກຄື:
1, ນໍ້າມັນດິບແມ່ນຕິດຕາມຈາກຕະຫຼາດ Brent, WTl ແລະ Dubai (ໂດຍແບ່ງເປັນບັນດາປະເທດແຖບອາເມລິກາ ແມ່ນຕິດຕາມຈາກຕະຫຼາດ ເວັສທັກຊັສ, ບັນດາປະເທດແຖບເອີຣົບ ຕິດຕາມຈາກຕະຫຼາດເບຣັນ ແລະ ບັນດາປະເທດອາຊີ ຕິດຕາມຈາກຕະຫຼາດດູໄບ);
2, ນໍ້າມັນສຳເລັດຮູບ ແມ່ນຕິດຕາມຈາກຕະຫຼາດສິງກະໂປ (ບໍ່ແມ່ນປະເທດສິງກະໂປ) ເນື່ອງຈາກເປັນຕະຫຼາດທີ່ເປັນກາງ ເຊິ່ງຫຼາຍປະເທດເຊັ່ນ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກໄທ ແມ່ນນຳໃຊ້ລາຄານໍ້າມັນສຳເລັດຮູບຕະຫຼາດສິງກະໂປ ເປັນລາຄາອ້າງອີງ ເພື່ອຄິດໄລ່ລາຄານໍ້າມັນເຊື້ອໄຟຂອງເຂົາເຈົ້າ ;ສຳລັບ ສປປ ລາວ ກໍ່ເຊັ່ນກັນ ເຖິງແມ່ນວ່າຈະນໍາເຂົ້ານໍ້າເຊື້ອໄຟຈາກ ຣາຊະອານາຈັກໄທ ເປັນສ່ວນໃຫຍ່ກວມ 75-80% ກໍ່ຕາມ ແຕ່ໃນການກໍານົດໂຄງການລາຄານໍ້າມັນເຊື້ອໄຟ ພາຍໃນປະເທດກໍ່ຕ້ອງຖືເອົາລາຄາຕະຫຼາດສິງກະໂປເປັນລາຄາອ້າງອີງເປັນຫຼັກ ໂດຍປັດຈຸບັນໄດ້ນໍາໃຊ້ໂປແກຼມຕິດຕາມຂອງ PLATT.
ຈາກການເໜັງຕີງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໂດຍສະເລ່ຍລະຫວ່າງວັນທີ 30/04 -15/05/2018 ກັບລາຄາປະຕິບັດຄັ້ງວັນທີ 27/04/2018 ເຫັນວ່າ: ລາຄານໍ້າແອັດຊັງ (95) +0.0310ໂດລາ/ລິດ ຫຼື ຄິດເປັນ 5,4% ຈາກລາຄາ 0.5792ໂດລາ/ລິດ ປັບເພີ່ມຂຶ້ນເປັນ 0.6102ໂດລາ/ລິດ, ນໍ້າມັນແອັດຊັງ (92)+0.0375ໂດລາ/ລິດ ຫຼື ຄິດເປັນ 6,8% ຈາກລາຄາ 0.5536ໂດລາ/ລິດ ປັບເພີ່ມຂຶ້ນເປັນ 0.5911ໂດລາ/ລິດ, ແລະ ການຊວນ (0,05) + 0.0153ໂດລາ/ລິດ ຫຼື 7,9% ຈາກ 0.5732ໂດລາ/ລິດ ປັບເພີ່ມຂຶ້ນເປັນ 0.6188 ໂດລາ/ລິດ.
ຕໍ່ສະພາບການດັ່ງກ່າວ, ຖ້ານໍາໃຊ້ລາຄາສະເລ່ຍລະຫວ່າງ 30/4-15/5/2018 ມາຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອໄຟຈະເຮັດໃຫ້ລາຄາຂາຍຍ່ອຍແອັດຊັງພິເສດເພີ່ມຂຶ້ນ 310 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ເພີ່ມຂຶ້ນ 370 ກີບ/ລິດ ແລະ ນ້ຳມັນກາຊວນ ເພີ່ມຂຶ້ນ 410 ກີບ/ລິດ. ສະນັ້ນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ພື້ນຖານເສດຖະກິດກໍ່ຄືຜູ້ຊົມໃຊ້ ໃນກອງປະຊຸມນາຍົກ-ຮອງນາຍົກ ຄັ້ງວັນທີ 16/5/2018 ຜ່ານມາ ຈຶ່ງໄດ້ຕົກລົງເຫັນດີໃຫ້ຫຼຸດຄັງແຮ່ລົງ 200 ກີບ/ລິດ (ຈາກ 300 ເຫຼືອ 100 ກີບ/ລິດ) ເຊິ່ງໄດ້ຈັດຕັ້ງປະຕິບັດຄັ້ງວັນທີ 18/5/2018 ເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ໃນລາຄາເກົ່າ (ຢູ່ນະຄອນຫຼວງວຽງຈັນແອັດຊັງເສດ 10.310 ກີບ/ລິດ, ແອັດຊັງທຳມະດາ 9.270 ກີບ/ລິດ ແລະ ການຊວນ 8.300 ກີບ/ລິດ).


ໃນຕໍ່ໜ້າ, ສະພາບລາຄານໍ້າມັນຕະຫຼາດໂລກຫາກມີທ່າອ່ຽງສູງຂຶ້ນເລື້ອຍໆຄືແນວນັ້ນ, ຈຶ່ງຮຽກຮ້ອງມາຍັງປວງຊົນລາວບັນດາເຜົ່າ ຜູ້ນໍາໃຊ້ຍານພະຫະນະຕ່າງໆ ຈຶ່ງຊ່ວຍກັນປະຫຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ, ບໍ່ຄວນຟຸມເຟືອຍ ເພາະຕື່ມນໍ້າມັນທຸກຄັ້ງແມ່ນເງິນທັງນັ້ນ, ຫາກຊ່ວຍກັນປະຫຍັດໄດ້ກໍ່ເປັນການປະຫຍັດເງິນຕາ ແລະ ເປັນການຊ່ວຍພັດທະນາປະເທດຊາດອີກດ້ວຍ.
ລາຍລະອຽດແຈ້ງການການລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບ ເຂດທົ່ວປະເທດ ສະບັບເລກທີ 0582/ອຄ.ກຄພນ, ລົງວັນທີ 17 ພຶດສະພາ 2018 (ເປັນລາຄາເດີມທີ່ປະຕິບັດແຕ່ຄັ້ງກ່ອນ)




Ad