ຕຳກັນ 4 ຄັນລວດ ທາງຕັດໃໝ່ໜອງບຶກ
ນະຄອນຫຼວງວຽງຈັນ: ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 21 ພຶດສະພາ 2018 ເກີດເຫດ ລົດຕຳກັນ 4 ຄັນລວດ ທາງຕັດໃໝ່ ໜອງບົວທອງ ຫາ ໜອງບຶກ.
ລົດທີ່ເກີດເຫດ ຄັ້ງນີ້ ເປັນລົດໃຫຍ່ ທັງ 4 ຄັນ, ປະເພດລົດຈີບ 2, ລົດຂົນສົ່ງ 2. ໂຊກດີ ທີ່ບໍ່ມີໃຜໄດ້ຮັບບາດເຈັບ. ແຕ່ລົດໄດ້ຮັບຄວາມເສຍຫາຍສົມຄວນ. ໂດຍສະເພາະລົດຂົນສົ່ງນໍ້າກ້ອນ
ຂໍໃຫ້ທຸກທ່ານລະມັດລະວັງໃນການຂັບຂີ່ລາຍງານໂດຍ: ນັກຂ່າວສັນຈອນ