Top Ad

header ads

ມອບໂຄງການທາງດ່ວນວຽງຈັນ-ປາກເຊ ​​ໃຫ້ 4 ບໍລິສັດຜ່ານການຄັດ​​ເລືອກ​ສຳ​ຫລວດ​ອອກ​ແບບ ​ແລະ ຮັບ​ເໝົາ​ກໍ່ສ້າງ


 
ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນວ່າດ້ວຍການມອບຊ່ວງແລວທາງໃຫ້ບັນດາບໍລິສັດທີ່ຜ່ານການປະມູນ ແລະ ຄັດເລືອກ ເພື່ອດຳເນີນການສຳຫລວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ຕໍ່ໂຄງການທາງດ່ວນວຽງຈັນ-ປາກເຊ (ແລວທາງໃໝ່) ໃນຮູບແບບ BOT ໃຫ້ດຳເນີນໄປຢ່າງມີປະສິດທິຜົນ ແລະ ຖືກຕ້ອງ, ລັດຖະບານ​ລາວ​ຕາງ​ໜ້າ​ໂດຍ​ກະຊວງ​ການ​ເງິນ​ໄດ້​ມອບ​​ໂຄງການ​ສຳ​ຫລວດ​ອອກ​ແບບ ​ແລະ ຮັບ​ເໝົາ​ກໍ່​ສ້າງ​ເສັ້ນທາງ​ດ່ວນ​ວຽງ-ປາກ​ເຊ ​ໃຫ້ 4 ບໍລິສັດ​ທີ່​ຜ່ານ​ການ​ຄັດ​ເລືອກ ​ຄື: ໂດຍມອບໃຫ້ບໍລິສັດ China Yunnan Sunny Road & Bridge ສປ ຈີນ ຮັບຊ່ວງແລວທາງແຕ່ແຂວງບໍລິຄຳໄຊຫາທ່າແຂກແຂວງຄຳມ່ວນໄລຍະທາງ 164 ກິໂລແມັດ, ມອບໃຫ້ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ) ແຕ່ທ່າແຂກແຂວງຄຳມ່ວນ-ສະຫວັນນະເຂດ ໄລຍະທາງ 117 ກິໂລແມັດ, ມອບໃຫ້ ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ຮັບຊ່ວງແຕ່ສະຫວັນນະເຂດ-ແຍກທາງເລກ 15 ແຂວງສາລະວັນ ໄລຍະທາງ 128 ກິໂລແມັດ ແລະ ມອບໃຫ້ບໍລິສັດ China Road & Bridge Corporation ສປ ຈີນ ຮັບຊ່ວງແຕ່ສາລະວັນ-ຈຳປາສັກ ໄລຍະທາງ 82 ກິໂລແມັດ.
ທ່ານ ບຸນຍະວັດ ນີລະໄຊຍ໌ ຜູ້ປະສານງານໂຄງການທາງດ່ວນວຽງຈັນ-ປາກເຊ ໃຫ້ຮູ້ວ່າ: ແຜນສ້າງທາງດ່ວນແຕ່ວຽງຈັນ-ປາກເຊ ແມ່ນເປັນໂຄງການທີ່ຕິດພັນກັບໂຄງການທາງດ່ວນວຽງຈັນ-ຮ່າໂນຍ (ວຽງຈັນ-ປາກຊັນ-ຫລັກຊາວຊາຍແດນ ສສ.ຫວຽດນາມ) ທີ່ເປັນອີກໂຄງການທາງດ່ວນທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນ. ສະນັ້ນ, ໂຄງການທາງດ່ວນວຽງຈັນ-ປາກເຊ ແມ່ນຈະມີທີ່ຕັ້ງເຊື່ອມຕໍ່ຈາກປາກຊັນ-ປາກເຊ ຫລັງຈາກໄດ້ຮັບການຄັດເລືອກ ແລະ ແບ່ງຊ່ວງໃຫ້ບໍລິສັດນີ້ສຳເລັດ, ຂັ້ນຕອນຕໍ່ໄປແມ່ນຈະໄດ້ມີການເຈລະຈາເຊັນ MOU ສຶກສາຄວາມເປັນໄປໄດ້ ແລະ ການອອກແບບດ້ານເຕັກນິກຕ່າງໆຂອງທາງຕໍ່ໄປ.

ແຫຼ່ງທີ່ມາ www.laophattananews.com
Ad