ໃນວັນທີ 11.05.2018 ເວລາ: 11:40 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີຄົນຖືກໄຟຊ໋ອດກຳລັງຕິດຕັ້ງ ວາຍຟາຍ ຂອງບໍລິສັດແຫ່ງ 1 ໃນແຂວງຄຳມ່ວນ ຢູ່ບ້ານ ໜອງໝ້ຽງ ເມືອງ ທ່າແຂກ ແຂວງ ຄຳມ່ວນ ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ປະສົບເຫດ 01 ຄົນ ເປັນເພດຊາຍ
- ມີອາການຫົວໃຈຢຸດເຕັ້ນ ທີມງານຂອງພວກເຮົາຈຶ່ງໄດ້ CPR ໂປ້ມຫົວໃຈ ແຕ່ຜູ້ກ່ຽວບໍ່ຕອບສະໜອງແລະໄດ້ເສຍຊີວິດໃນເວລາຕໍ່ມາ...
ພວກເຮົາຈຶ່ງໄດ້ສົມທົບກັບໜ່ວຍງານອາສາກູ້ໄພແຂວງຄຳມ່ວນ ນຳສົ່ງຜູ້ກ່ຽວໄປໂຮງໝໍ ແຂວງຄຳມ່ວນ
ພວກເຮົາຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດດ້ວຍ...


020 23451624
( ສາຍດ່ວນ 1624 ໂທຟຣີ )ບໍລິການຟຣີ 24ຊົ່ວໂມງ..
ກ
🚨 ພວກເຮົາເຮັດເພື່ອປະຊາຊົນ ແລະ ເພື່ອສັງຄົມ ໂດຍບໍ່ຫວັງຜົນຕອບແທນ
ກ
