Top Ad

header ads

ເຕືອນໄພ..!! ຈາກອຸຕຸນິຍົມ...!!! ກຽມປະເຊີນກັບຝົນຕົກໜັກແລະຟ້າຮ້ອງຟ້າເຫຼື້ອມ ແຕ່ມື້ໃດຫາມື້ໃດໄປອ່ານເບິ່ງເລີຍ...??



ກົມອຸຕຸນິຍົມ ແລະ ອຸຕຸທົກກະສາດ  ໄດ້ອອກບົດລາຍງານ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 28 ພຶດສະພາ ຫາ 3 ມິຖຸນາ 2018 ເລກທີ 0538/ກອຕທ ລົງວັນທີ28/5/2018ວ່າ: ໃນໜຶ່ງອາທິດຕໍ່ໜ້າ ວັນທີ 28 ຫາ 31 ພຶດສະພານີ້ ຄວາມກົດດັນຕ່ໍາຂອງອາກາດຮ້ອນ ຈະມີກຳລັງອ່ອນ ຫາ ປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,


ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ ລົມຕາເວັນຕົກພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນແຂວງພາກເໜືອ.


   ແລະ ຕົກໃນລະດັບປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນພ້ອມມີຟ້າຮ້ອງ-ຟ້າເຫຼື້ອມ ແລະ ຈະມີລົມພັດແຮງເປັນບາງໂອກາດແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້. ເຊິ່ງຄາດຄະເນພະຍາກອນອາກາດໃນແຕ່ລະພາກດັ່ງນີ້:






ທີ່ມາ:ກົມອຸຕຸນິຍົມ ແລະ ອຸທົກກະສາດ
Ad