Top Ad

header ads

“ອ່ານປຶ້ມແລ້ວໄດ້ຫຍັງ?” ຄຳແນະນຳຈາກ ອຈ ກາບແກ້ວ ທຳມະວົງ.

1) ການອ່ານຊ່ວຍໃຫ້ຕົວເຮົາພົບສິ່ງໃໝ່: ໂດຍຜ່ານການອ່ານ ຕົວທ່ານຈະໄດ້ພົບສິ່ງໃໝ່ໆ, ຂໍ້ມູນໃໝ່ໆ, ວິທີການແກ້ໄຂບັນຫາແບບໃໝ່ໆ ແລະ ວິທີການໃໝ່ ເພື່ອເຮັດໃຫ້ປະສົບຄວາມສຳເລັດ. ຈະມີໃຜຮູ້ ບາງເທື່ອທ່ານອາດຈະພົບກັບກິດຈະກຳທີ່ມັກແບບໃໝ່ ແລ້ວສຸດທ້າຍກໍຈົບຢູ່ທີ່ການປະສົບຄວາມສຳເລັດກັບກິດຈະກຳໃໝ່ໆເຫຼົ່ານີ້ ໂດຍຖືເປັນອາຊີບ ຫຼື ງານປະຈຳທີ່ປະສົບຄວາມສຳເລັດໃນອະນາຄົດກໍເປັນໄດ້, ການຄົ້ນພົບນີ້ແມ່ນເລີ່ມຕົ້ນຈາກການອ່ານ.
2) ພັດທະນາຕົນເອງ: ໂດຍຜ່ານຈາກການອ່ານ ຈະເຮັດໃຫ້ທ່ານມີຄວາມເຂົ້າໃຈໂລກຫຼາຍຂຶ້ນ ແລະ ຈະເຮັດໃຫ້ທ່ານເຂົ້າໃຈຫົວຂໍ້ທີ່ສົນໃຈຫຼາຍຂຶ້ນ ເຊັ່ນ: ວິທີສ້າງຄວາມໝັ້ນໃຈ, ວິທີກະກຽມຄວາມພ້ອມ ກ່ອນລົງມືເຮັດ ແລະ ອື່ນໆອີກທີ່ສາມາດພັດທະນາຕົນເອງ ໂດຍຜ່ານຈາກການອ່ານ ຄືດັ່ງຄຳເວົ້າຂອງທ່ານ Charles W. Eliot ນັກພັດທະນາການສຶກສາຊາວອາເມຣິກາກ່າວວ່າ “ປຶ້ມກໍຄ້າຍຄືເພື່ອນທີ່ງຽບທີ່ສຸດ ແລະ ສຳຄັນທີ່ສຸດ, ພວກເຂົາເປັນທີ່ປຶກສາທີ່ສາມາດເຂົ້າເຖິງງ່າຍທີ່ສຸດ ແລະ ສະຫຼາດທີ່ສຸດ ແລະ ພວກເຂົາກໍເປັນຄູສອນທີ່ມີຄວາມອົດທົນທີ່ສຸດ”.
3) ປັບປຸງຄວາມເຂົ້າໃຈ: ຍິ່ງອ່ານຫຼາຍ ທ່ານກໍຍິ່ງເຂົ້າໃຈຫຼາຍ ແລະ ຍິ່ງຮູ້ໂລກຫຼາຍ, ການອ່ານເກືອບຈະເຮັດໃຫ້ຕົນເອງໄດ້ປະສົບການຊີວິດເໝືອນຈິງກໍວ່າໄດ້. ເມື່ອອ່ານຫຼາຍ ກໍຈະປັບຕົວເຂົ້າກັບສັງຄົມໄດ້ງ່າຍຂຶ້ນ ແນ່ນອນຊີວິດກໍຈະດີຂຶ້ນຕາມມາ ຄືດັ່ງເພິ່ນວ່າ “ເພື່ອຫຼິ້ນເກມໃຫ້ໄດ້ດີ ກ່ອນອື່ນໝົດທ່ານຕ້ອງເຂົ້າໃຈກົດ ຫຼື ​ຫລັກການໃນເກມດີສາກ່ອນ”.
4) ກະກຽມເພື່ອລົງມືປະຕິບັດ: ກ່ອນທີ່ທ່ານຈະລົງມືເຮັດສິ່ງໃດສິ່ງໜຶ່ງ ມັນຈຳເປັນທີ່ທ່ານຈະຕ້ອງອ່ານຄຳແນະນຳກ່ອນແມ່ນບໍ? ສະນັ້ນ, ການອ່ານແມ່ນມີຄວາມສຳຄັນໃຫ້ທ່ານເຂົ້າໃຈຂໍ້ແນະນຳຕ່າງໆ. ຍິ່ງໂລກເຮົາໃນປັດຈຸບັນນີ້ ການໄດ້ຮັບຫາງສຽງ ຫຼື ຄຳຄິດເຫັນຈາກຄົນອື່ນແມ່ນມີຄວາມສຳຄັນໃນການຕັດສິນໃຈໄດ້ດີຂຶ້ນ, ບໍ່ເວົ້າໄກ ຂໍເວົ້າ​​ໃກ້ໆ ກ່ອນຈະສັ່ງອາ​ຫານ ກໍຕ້ອງອ່ານເມນູ ແລະ ກ່ອນຈະແຕ່ງກິນກໍຕ້ອງອ່ານສູດເຄັດລັບຕ່າງໆ ລວມທັງກ່ອນຂັບລົດກໍຕ້ອງອ່ານປຶ້ມຄູ່ມື ເຊິ່ງທັງໝົດເຫຼົ່ານີ້ ຈະຊ່ວຍໃຫ້ທ່ານມີການກະກຽມຄວາມພ້ອມ ກ່ອນລົງມືເຮັດ.
5) ໄດ້ປະສົບການຈາກຄົນອື່ນ: ເມື່ອທ່ານໄດ້ອ່ານ, ຄວາມຈິງແລ້ວ ທ່ານກຳລັງເອົາຄວາມຮູ້ ແລະ ປະສົບການຈາກຄົນອື່ນ, ມັນຍິ່ງເຮັດໃຫ້ທ່ານເລັ່ງສູ່ເປົ້າໝາຍໄດ້ໄວຂຶ້ນ ໂດຍທີ່ທ່ານບໍ່ຈຳເປັນຕ້ອງໄປເຮັດລອງຜິດລອງຖືກ ຫຼື ໄປເສຍເວລາເຮັດຜິດຊ້ຳໆແບບຄົນອື່ນ, ທ່ານພຽງແຕ່ມຸ່ງໝັ້ນໄປສູ່ທາງທີ່ປະສົບຄວາມສຳເລັດໂລດ. ຢ່າລືມວ່າ ເວລາໃນຊີວິດຂອງຄົນເຮົາມັນສັ້ນ ເຮົາບໍ່ຄວນເສຍເວລາທີ່ໄປເຮັດຜິດຊ້ຳໆແບບຄົນອື່ນ ໃນເມື່ອເຮົາກໍອ່ານໃນປຶ້ມເລື່ອງຄວາມຫຼົມເຫຼວ ແລະ ຄວາມສຳເລັດຂອງພວກເຂົາໄດ້. ປັດຈຸບັນນີ້ ມີຄົນທີ່ປະສົບຄວາມສຳເລັດ ແລະ ມະຫາເສດຖີ 12 ລ້ານກວ່າຄົນ ເປັນຫັຍງບໍ່ລອງນຳໃຊ້ວິທີຂອງມະຫາເສດຖີຄົນໃດຄົນໜຶ່ງ?
6) ເຄື່ອງມືໃນການສື່ສານ: ການສື່ສານເປັນເຄື່ອງມືທີ່ສຳຄັນ ໂດຍສົ່ງຜ່ານການອ່ານ. ເມື່ອທ່ານສື່ສານຜ່ານການອ່ານ ທ່ານຈະເຂົ້າໃຈ ແລະ ສື່ສານກັບຄົນອື່ນໄດ້ດີຂຶ້ນ.
7) ຕິດຕໍ່ສື່ສານກັບສະໝອງ: ເມື່ອທ່ານອ່ານ ທ່ານກໍຈະພົບກັບຄວາມງຽບທີ່ສົມບູນແບບ ນັ້ນກໍເປັນຍ້ອນທ່ານກຳລັງຕິດສື່ສານກັບສະໝອງ. ເມື່ອມີຄວາມງຽບ ສະໝອງຂອງທ່ານກໍຈະປອດໂປ່ງ ແລະ ມີຈຸດສຸມ ເພື່ອເຮັດບາງສິ່ງໄດ້ດີຂຶ້ນ ເມື່ອມີສະມາທິ.
8) ສົ່ງເສີມໃຫ້ມີຄວາມຄິດສ້າງສັນ ແລະ ຈິນຕະນາການ: ການອ່ານຊ່ວຍໃຫ້ເກີດຈິນຕະນາການ ເພາະເວລາອ່ານ ຄົນເຮົາກໍຈະຈິນຕະນາການໄປພ້ອມ ແລະ ຢ່າລືມວ່າ ຈິນຕະນາການແມ່ນບໍ່ມີຂອບເຂດ ທີ່ສາມາດປະດິດສິ່ງໃໝ່ໆນີ້ໄດ້ ກໍລ້ວນແຕ່ມາຈາກຈິນຕະນາການ ເຊັ່ນ: ສອງອ້າຍນ້ອງຕະກຸນໄຣ ທີ່ເຊື່ອວ່າຄົນສາມາດບິນໄດ້ຄືນົກ ແລະ ຈິນຕະນາການປະດິດເຮືອບິນລຳທຳອິດຂອງໂລກ ລວມທັງ ຄຣິດສຕອບເຟີ ໂຄລຳປັສ ທີ່ຈິນຕະນາການເຫັນໂລກໃໝ່ ກ່ອນຄົ້ນພົບທະວີບອາເມຣິກາ.
9) ການອ່ານສ້າງຄວາມບັນເທີງ: ການອ່ານແມ່ນຖືວ່າເປັນເຄື່ອງໃຫ້ຄວາມບັນເທີງທີ່ຖືກທີ່ສຸດ ຫຼື ຟຣີເລີຍ. ສະນັ້ນ, ຈົ່ງຮັກປຶ້ມ, ຮັກຫໍສະໝຸດ ໂດຍສະເພາະປຶ້ມທີ່ດີໆ ມັນສາມາດເປີດໂລກກວ້າງ ໃຫ້ຈິນຕະນາການ ແລະ ຄວາມບັນເທີງບໍ່ມີຄວາມຈຳກັດ.
10) ການອ່ານຊ່ວຍພັດທະນາພາສາ: ເດັກນ້ອຍຮຽນທີ່ຈະເວົ້າ ໂດຍຜ່ານການໄດ້ຍິນຄຳສັບ ແລະ ໄດ້ຍິນແຈ້ງເທົ່າໃດ ພວກເຂົາກໍຍິ່ງສາມາດເວົ້າ ແລະ ເຂົ້າໃຈໃນສິ່ງທີ່ເວົ້າໄດ້ຈະແຈ້ງເທົ່ານັ້ນ. ສະນັ້ນ, ທັກສະດ້ານພາສາຂອງເດັກນ້ອຍ ແລະ ການອ່ານອອກຂຽນເປັນແມ່ນລ້ວນແຕ່ຂຶ້ນກັບທ່ານໂອ້ລົມ ແລະ ອ່ານສູ່ພວກເຂົາຟັງ.
11) ການອ່ານເປັນການສຶກສາທີ່ລາຄາຖືກ ຫຼື ຟຣີ: ການອ່ານປຶ້ມເພື່ອຮຽນຮູ້ບາງສິ່ງນັ້ນ ຕົວຢ່າງເຊັ່ນ: ວິທີບໍລິຫານເງິນສ່ວນຕົວ ມັນຂ້ອນຂ້າງຈະແພງ ຖ້າທ່ານເຂົ້າໄປຮຽນຕາມຫຼັກສູດໃນໂຮງຮຽນ ແລ້ວເປັນຫັຍງບໍ່ລອງອ່ານຈາກປຶ້ມເອົາ?
12) ຫຼຸດຜ່ານຄວາມກົດດັນ: ເມື່ອທ່ານກຳລັງອ່ານ, ນັ້ນກໍໝາຍຄວາມວ່າ ທ່ານໄດ້ນັ່ງໃນສະຖານທີ່ງຽບໆ, ຈິດເກີດຄວາມຜ່ອນຄາຍ ໂດຍສຸມໃຈໃສ່ໃນສິ່ງທີ່ກຳລັງອ່ານ, ສະໝອງຈະເລີ່ມຜ່ອນຄາຍລົງ ໄປສູ່ຈຸດທີ່ເກືອບຈະເປັນການນັ່ງສະມາທິ.
13) ການອ່ານເຮັດໃຫ້ທ່ານສະຫຼາດຂຶ້ນ: ຄົງບໍ່ມີໃຜປະຕິເສດໄດ້ວ່າ ການອ່ານນັ້ນແມ່ນສາມາດເຮັດໃຫ້ຄົນເຮົາສະຫຼາດຂຶ້ນ, ຍິ່ງອ່ານຫຼາຍ ກໍຍິ່ງຮູ້ວ່າ ຕົນເອງຍັງໂງ່ຫຼາຍ ນັ້ນກໍໝາຍເຖິງຄົນທີ່ຮູ້ຫຼາຍ ແຕ່ຖ່ອມຕົນ ກໍຍ້ອນພວກເຂົາອ່ານ ພວກເຂົາຈິ່ງຮູ້ວ່າ ຍັງມີອີກຮ້ອຍອັນພັນແນວທີ່ຕົນເອງຍັງບໍ່ຮູ້ ຄືດັ່ງເພິ່ນວ່າ “ບໍ່ແມ່ນນັກອ່ານທຸກຄົນຈະໄດ້ເປັນຜູ້ນຳ, ແຕ່ຜູ້ນຳໝົດທຸກຄົນລ້ວນແຕ່ເປັນນັກອ່ານ” “Not all readers are leaders, but all leaders are readers.”-Harry S. Truman”.
(ຂໍເຊີນ​ຊວນ​ທ່ານ​​ສາ​ມາດໄປ​ຊື້​ປຶ້ມ​ໄດ້​ທີ່​ງານ​ເທດ​ສະ​ການ​ອາ​ຫານ​ສະ​ໝອງ​ຄັ້ງ​ທີ 3 ທີ່ ສະ​ໂມ​ສອນ​ໃຫຍ່ ມ​ຊ ເລີ່ມ​ວັນ​ທີ 9-11/5/2018 ​ຕັ້ງ​ແຕ່ 9:00-16:00)

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ
Ad