Top Ad

header ads

ບົດຄວາມດີດີ ທີ່ຄວນອ່ານ! ຄົນທີ່ກ້າໃຫ້ທ່ານຢືມເງິນ ໃນເວລາທີ່ທ່ານລຳບາກ


ຕ້ອງຍອມຮັບວ່າໃນໂລກນີ້ສິ່ງໜຶ່ງທີ່ຍາກທີ່ສຸດສຳລັບການຂໍຢືມຄືຢືມເງິນ, ເພາະວ່າໜ້ອຍຄົນທີ່ຈະໃຫ້ຢືມໃນຍາມທີ່ເຮົາລຳບາກຂັດສົນ ຍິ່ງຍຸກນີ້ທີ່ມີພວກຕົ້ມຕຸນຊຶ່ງເປັນທັງຄົນໃກ້ ແລະໄກຕົວ ຍິ່ງເຮັດໃຫ້ຄົນລະແວງສົງໄສບໍ່ຢາກໃຫ້ຢືມຖ້າບໍ່ແມ່ນຄົນທີ່ດີເຫັນໃຈໝູ່ອີຫຼີ ສະນັ້ນເມື່ອເຂົາໃຈດີໃຫ້ຢືມແລ້ວຈົ່ງຢ່າເນລະຄຸນຄົນທີ່ມີນ້ຳໃຈຕໍ່ເຮົາ ຫາກຢືມໄດ້ຕ້ອງຮູບສົ່ງຄືນ.
ທ່ານລີກາຊີງ ມະຫາເສດຖີໝາຍເລກ 1 ຂອງຮ່ອງກົງບອກວ່າຄົນທີ່ກ້າໃຫ້ເຮົາຢືມເງິນຄືຜູ້ອຸປະຖຳເຮົາ ຄົນປະເພດນີ້ຫາຍາກສຸດໃນຍຸກປະຈຸບັນ ສະນັ້ນຖ້າຫາກທ່ານພົບບຸກຄົນແບບນີ້ຕ້ອງຮູ້ສຳນຶກບຸນຄຸນໄປຊົ່ວຊີວິດ. ຕອນທີ່ເຮົາລຳບາກແລ້ວຂໍຮ້ອງມີຄົນຍື່ນມືມາຊ່ວຍໄວ້ມັນບໍ່ແມ່ນວ່າເຂົາມີເງິນເຫຼືອໃຊ້ເຫຼືອຈ່າຍ ແຕ່ເປັນເພາະເຂົາມີນ້ຳໃຈຢາກຊ່ວຍໃຫ້ເຮົາຫວິດທຸກຫວິດຍາກຈາກຈຸດນັ້ນທີ່ກຳລັງລຳບາກ.
ເປັນເພາະບຸກຄົນໆນັ້ນເຊື່ອໃນສັກກະຍະພາບຂອງເຮົາ ຢາກໃຫ້ເຮົາຫຼຸດພົ້ນຈາກຄວາມລຳບາກໃນຕອນນັ້ນ ດ້ວຍເຫດນີ້ຈິ່ງບໍ່ຄວນຢຽບຢ່ຳນ້ຳໃຈທີ່ເຂົາໃຫ້ມາເພາະຄວາມບໍ່ມີສັດຈະຂອງເຮົາເອງ, ການຢຽບຢ່ຳນ້ຳໃຈໝູ່ຄືການລົ້ມລະລາຍທີ່ສາຫັດສຸດໃນຊີວິດຄົນເຮົາ ຖ້າຢາກໃຫ້ຄວາມສຳພັນຍືນຍົງຕ້ອງລະວັງການຢືມເງິນທີ່ບໍ່ມີຄວາມຮັບຜິດຊອບ.
ເພິ່ນວ່າມິດສະຫາຍທີ່ຈິງໃຈຄືຊັບສົມບັດທີ່ປະເສີດສຸດໃນຊີວິດ ໃນຂະນະດຽວກັນໃຫ້ໄທເຮົາເຈົ້າຂ້ອຍນຶກສະເໝີວ່າຄົນທີ່ມັກຈ່າຍເງິນກ່ອນບໍ່ແມ່ນເຂົາອວດວ່າມີເງິນຫຼາຍ ແຕ່ເປັນຍ້ອນເຂົາເຫັນມິດຕະພາບສຳຄັນກວ່າລາຄາອາຫານ.

ຄົນທີ່ຍອມຍົກຜົນປະໂຫຍດໃຫ້ເຈົ້າຫຼາຍກວ່າໃນຕອນຮ່ວມຮຸ້ນຢ່າຕີລາຄາວ່າເຂົາໂງ່ ແຕ່ເພາະເຂົາຢາກຮັບຜິດຊອບໃນໜ້າທີ່ ແລະເຂົາຮັກອົງກອນ. ເຊັ່ນດຽວກັນຄົນທີ່ຍອມຂໍໂທດກ່ອນເວລາຜິດກັນກໍ່ບໍ່ໄດ້ໝາຍຄວາມວ່າຄົນຜູ້ນີ້ຈະເປັນຄົນຜິດ ແຕ່ຍ້ອນເຂົາແຄຄວາມຮູ້ສຶກຂອງເຮົາຫຼາຍກວ່າ.
ຄົນທີ່ຍອມໃຫ້ການຊ່ວຍເຫຼືອເຮົາບໍ່ວ່າຈະເປັນເລື່ອງໃດກໍ່ຕາມ ຄົນຈຳນວນນີ້ບໍ່ແມ່ນວ່າເຂົາເປັນໜີ້ບຸນຄົນເຮົາ ຫາກແມ່ນເຂົາເຫັນເຮົາເປັນເພື່ອນແທ້, ຄົນອື່ນຊ່ວຍເຫຼືອເຮົານັ້ນເປັນນ້ຳໃຈ, ສ່ວນຜູ້ບໍ່ຍອມຊ່ວຍກໍ່ເປັນເລື່ອງຂອງເຂົາ.
ຢ່າງໃດກໍ່ດີໃນສັງຄົມມະນຸດບາງຄົນໄປຂໍຢືມເງິນໝູ່ບໍ່ໃຫ້ກັບຄຽດແຄ້ນຝັງໃຈ ທັ້ງທີ່ໂຕເອງບໍ່ມີສິດຈະຄຽດໃຜໄດ້ ເພາະນັ້ນເປັນນ້ຳໃຈຂອງເຂົາຖ້າໃຫ້ກໍ່ໝາຍເຖິງເຂົາຢາກຊ່ວຍ ກົງກັນຂ້າມບາງຄົນເວລາຢາກຢືມກໍ່ເວົ້ານົວຫົວມ່ວນເມື່ອຢືມໄດ້ແລ້ວພັດບໍ່ຍອມສົ່ງຄືນ ຫຼື ຈະສົ່ງກໍ່ເຮັດຫຍຸ້ງຍາກຖ້າໝູ່ທວງຫຼາຍເທື່ອຫຼາຍທີ ແຖມເຮັດກິລິຍາບໍ່ຄັກໃຈປານໃດກັບກາຍເປັນວ່າຜູ້ໃຫ້ຢືມເງິນເປັນຄົນຜິດ ຄົນປະເພດນີ້ວັນໜຶ່ງຈະໝົດຄ່າໃນສາຍຕາຂອງຜູ້ຄົນ ເພື່ອນມິດສະຫາຍບໍ່ມີໃຜຢາກຄົບ ເພາະການຄົບກັນຈະໃຫ້ຍາວນານຕ້ອງອາໄສສັດຈະ ແລະຄວາມຈິງໃຈ.

ເພື່ອຮັກສາມິດຕະພາບລະຫວ່າງເພື່ອນມະນຸດດ້ວຍການຂໍຢືມເງິນຄວນມີຈັນຍາບັນໃນຕົວເອງ ຕ້ອງຮູ້ວ່າຢືມແລ້ວສາມາດໃຊ້ຄືນພາຍໃນກຳນົດທີ່ແນ່ນອນ, ມີແຫຼ່ງທີ່ມາຂອງເງິນກ່ອນອອກຕົວຂໍຢືມເພາະຄົນອື່ນທີ່ເປັນເຈົ້າຂອງເງິນກໍ່ຕ້ອງມີຄວາມຈຳເປັນໃຊ້ເງິນເຊັ່ນດຽວກັນ ຫາກວ່າຄິດຫຍັງບໍ່ໄດ້ໃຫ້ທ່ອງຄຳເຫຼົ່ານີ້ເອົາໄວ້
– ຢືມແລ້ວບໍ່ຮູ້ຈະຄືນເມື່ອໃດ ຢ່າຢືມ
– ຢືມແລ້ວຈະບໍ່ມີປັນຍາຄືນ ຢ່າຢືມ
– ເວລາຈະຢືມເວົ້າໄດ້ ເວລາຕ້ອງສົ່ງຄືນປາກກືກ ຢ່າຢືມ
– ຢືມແລ້ວຄືນບໍ່ຄົບຢ່າຢືມ
ຈະເປັນໝູ່ເປັນຄູ່ເປັນຫຍັງກໍ່ຢ່າສ່ວນໃຫ້ຄືໃຫ້, ສ່ວນຂໍຄືຂໍ. ສ່ວນຢືມຕ້ອງສົ່ງຄືນຈິ່ງບໍ່ເສຍມິດຕະພາບ ໝູ່ຈິ່ງກ້າໄວ້ໃຈໃນວັນຂ້າງໜ້າ ດ້ວຍຄວາມປາຖະໜາດີຈາກແອັດມິນດ້ວງ.
Ad