Top Ad

header ads

ຄລິບໄຮໄລ້ ລັດເຊຍ ຍິງຊາອຸ 5-0 ບານໂລກ ນັດທໍາອິດ


ຄລິບໄຮໄລ້ ລັດເຊຍ ຍິງຊາອຸ 5-0 ບານໂລກ ນັດທໍາອິດ
Man of the Match
ການແຂ່ງຂັນ ບານໂລກ 2018 ນັດທຳອິດ ລະຫວ່າງເຈົ້າພາບ ລັດເຊຍ ແລະ ຊາອຸດິ ອາຣັບເບຍ ຖືວ່າ ເປັນທີ່ດີໃຈ ຂອງເຈົ້າພາບ ແລະ ເຮັດໃຫ້ຊາອຸຕ້ອງ ເຈັບໜັກ ເພາະຖືກ ຖະຫຼົມໄປ 5 ປະຕູ ຕໍ່ສູນ.
Credited: FIFA World Cup
ເຊິ່ງປະຕູທຳອິດ ໄດ້ຈາກ ຢູລິ ກາຊິນສະກີ ໃນນາທີ 12
ລູກທີ 2 ໄດ້ໃນນາທີ 43 ໂດຍ ເດນິສ ເຊີຈີເຊບ
ລູກທີ 3 ໃນເຄິ່ງເວລາທີ 2​ ນາທີ 71 ໂດຍ ອາເທີມ ດີຢູບະ
ລູກທີ 4 ຍິງໂດຍ ເດນິດ ເຊີຈີເຊບ ໃນນາທີ 91 ເປັນລູກທີ 2 ແລະ ນຳເປັນດາວຍິງສູງສຸດໃນຕອນນີ້
ແລະ ປິດທ້າຍ ດ້ວຍລູກທີ 5 ໂດຍ ອາເລັກຊານເດີ ໂກໂລວິນ ໃນນາທີ 94
Credited: FIFA World Cup
ສຳລັບການແຂ່ງຂັນ ນັດຕໍ່ໄປ ຂອງລັດເຊຍ ແມ່ນຈະພົບກັບ ອີຢິບ ໃນວັນທີ 20 ມິຖຸນາ, ສ່ວນ ຊາອຸດິ ອາຣັບເບຍ ຈະພົບກັບ ອຸລຸກວາຍ ໃນວັນດຽວກັນ.
ສ່ວນການແຂ່ງຂັນ ໃນວັນທີ 15 ມິຖຸນາ 2018 ຈະມີ 2 ຄູ່ ຄື
ກຸ່ມ ເອ: ອີຢິບ ພົບ ອູລຸກວາຍ ເວລາ 19:00
ກຸ່ມ ບີ: ໂມໂລໂຄ ພົບກັບ ອີລານ ເວລາ 22:00

Credited: FIFA World Cup

Ad