Top Ad

header ads

ນາຍົກກ່າວ! ວິທີເຮັດໃຫ້ລາຍຮັບ-ລາຍຈ່າຍບໍ່ຮົ່ວໄຫລຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່

ເວັບໄຊ໌ໜັງສືພິມເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 11 ມິຖຸນາ 2018ວ່າ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍອາທິດທີ່ຜ່ານມາ ທ່ານນາຍົກລັດຖະມນຕີ ໄດ້ຊີແຈງຕໍ່ສະມາຊິກສະພາແຫ່ງຊາດກ່ຽວກັບ ມາດຕະການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃນຕໍ່ໜ້າວ່າຈະມີທິດທາງແນວໃດ
ຕໍ່ປະເດັນດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍກລັດຖະມົນຕີຊີ້ແຈງວ່າ ການເກັບລາຍຮັບໃນຕໍ່ໜ້າລັດຖະບານຈະຕັດສິນໃຈຫັນໄປສູ່ຄວາມໂປ່ງໃສ, ຫັນໄປສູ່ລະບຽບກົດໝາຍ, ບໍ່ໃຫ້ຍົກເວັ້ນສິນຄ້າທີ່ບໍ່ເປັນລະບຽບອື່ນໆ ພວກເຮົາໄດ້ມີມາດຕະການມາດົນແລ້ວ ແລະ ພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ໂດຍສະເພາະນ້ຳມັນເຊື້ອໄຟ ທີ່ໄດ້ປະກາດບໍ່ຍົກເວັ້ນພາສີໃນໄລຍະຜ່ານມາ ເຮັດໃຫ້ພາສີຕົວເລກລາຍຮັບດ້ານນີ້ສູງຂຶ້ນກວ່າເກົ່າຫຼາຍ
ສ່ວນການເກັບລາຍຮັບຕ້ອງຫັນໄປສູ່ທັນສະໄໝ ເຊິ່ງເປັນນະໂຍບາຍຫຼັກຂອງລັດຖະບານ ຂໍໃຫ້ທຸກພາກສ່ວນເອົາໃຈໃສ່ຮ່ວມກັນ ແລະ ຮ່ວມກັນສະໜັບສະໜູນຕ້ອງສ້າງໃຫ້ເປັນລະບຽບ ແລະ ກົດໝາຍ ພ້ອມກັນປະຕິບັດໃຫ້ໄດ້ ຖ້າບໍ່ຫັນໄປສູ່ຄວາມທັນສະໄໝກໍ່ຈະຮົ່ວໄຫລຄືເກົ່າ, ນອກນັ້ນ ຈະເຂັ້ມງວດ ຜູ້ໃດກະທຳອິດຈະຕ້ອງຖືກລົງໂທດ ຫຼື ຜູ້ໃດເຮັດຖືກຕ້ອງກໍ່ຕ້ອງໄດ້ຮັບການຍ້ອງຍໍ, ຂະນະທີ່ພະນັກງານໃນຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່ ເພາະໃນປັດຈຸບັນໃຊ້ຄົນຫຼາຍຈົນເກີນໄປ ແລະ ຂາດຈັນຍາບັນ ຕ້ອງເອົາຄົນດີມາເຮັດ. ດັ່ງນັ້ນ ຈິ່ງຂໍໃຫ້ສະມາຊິກສະພາແຫ່ງຊາດຊ່ວຍສະໜັບສະໜູນ ແລະ ຂໍໃຫ້ປະຊາຊົນຊ່ວຍເປັນຫູເປັນຕາ.

ແຫລ່ງຂ່າວ: ເສດຖະກິດກິດ-ການຄ້າ
Ad