Top Ad

header ads

ທຣັມ-ຄິມ ລົງນາມເອກະສານ ບອກໂລກຈະເຫັນຄວາມປ່ຽນແປງຄັ້ງໃຫຍ່


ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ມິຖຸນາ ວ່າ: ຫຼັງການຫາລືຄັ້ງປະຕິຫວັດສາດລະຫວ່າງຜູ້ນຳອາເມລິກາ ແລະຜູ້ນຳເກົາຫຼີເໜືອ ແລະການຫາລືເຕັມຄະນະຈົບລົງ ຕາມດ້ວຍການຮ່ວມຮັບປະທານອາຫານທ່ຽງ ປະທານາທິບໍດີໂດນັລ ທຣັມ ຂອງອາເມລິກາ ແລະທ່ານຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອ ໄດ້ລົງນາມໃນເອກະສານຮ່ວມກັນໂດຍທຣັມລະບຸວ່າຈະມີການຖະແຫຼງຂ່າວຢ່າງເປັນທາງການອີກຄັ້ງໃນເວລາ 14.30 ນາທີ ຕາມເວລາໃນສິງກະໂປ

ທຣັມກ່າວຂະນະລົງນາມໃນເອກະສານວ່າ ການຫາລືເປັນໄປດ້ວຍດີຕົນຮູ້ສຶກເປັນກຽດຢ່າງຫຼາຍທີ່ໄດ້ລົງນາມໃນເອກະສານດ່ັງກ່າວ ຄວາມສຳພັນ ແລະສະຖານະການໃນຄາບສະໜຸດເກົາຫຼີຈະເກີດຄວາມປ່ຽນແປງຢ່າງຫຼາຍ ແລະແຕກຕ່າງໄປຈາກທີ່ຜ່ານມາ ເຊື່ອວ່າທຸກຄົນຈະປະທັບໃຈ ພໍໃຈ ແລະດີໃຈກັບສິ່ງທີ່ເກີດຂື້ນ ຕ້ອງຂອບໃຈປະທານຄິມທີ່ເຮັດໃຫ້ທຸກຢ່າງທີ່ເກີດຂື້ນດີກວ່າທີ່ໃຜຄາດການ

ທຣັມກ່າວວ່າ ຮູ້ສຶກເປັນກຽດທີ່ໄດ້ມາຢູ່ໃນທີ່ນີ້ຮ່ວມກັບຄິມ ພ້ອມກັບຢ້ຳວ່າການຫາລືຄັ້ງນີ້ເຮັດໃຫ້ເຂົາ ແລະຄິມມີຄວາມຜູກພັນທີ່ພິເສດຕໍ່ກັນ ການປົດອາວຸດນິວເຄຼຍເທີງຄາບສະໜຸດເກົາຫຼີຈະເກີດຂື້ນຢ່າງວ່ອງໄວ ໂດຍເຂົາ ແລະຄິມຈະໄດ້ພົບກັນອີກຢ່າງແນ່ນອນ ທຣັມ ຍັງບອກອີກວ່າເຂົາຕັ້ງໃຈຈະເຊີນຜູ້ນຳເກົາຫຼີເໜືອຢ້ຽມຢາມທຳນຽບຂາວຕໍ່ໄປ
ຂະນະທີ່ທ່ານຄິມ ຈອງ-ອຶນ ກ່າວວ່າ ການຫາລືທີ່ເກີດຂື້ນຖືເປັນການຫາລືຄັ້ງປະຫວັດສາດ ເຮົາຈະຖິ້ມອະດີດໄວ້ຂ້າງຫຼັງ ໂລກຈະໄດ້ເຫັນການປ່ຽນແປງຄັ້ງໃຫ່ຍ ພ້ອມກັບຂອບໃຈທຣັມທີ່ເຮັດໃຫ້ການຫາລືຄັ້ງນີ້ເກີດຂື້ນ

Ad