ປະຫວັດສາດໜ້າໃໝ່ໄດ້ເກີດຂຶ້ນແລ້ວ ຜູ້ນຳເກົາຫຼີເໜືອ - ສ.ອາເມຣິກາ ພົບປະເຈລະຈາກັນທີ່ສິງກະໂປ
ສຳນັກຂ່າວຕ່າງປະເທດລາຍງານ 12 ມິຖຸນາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ປະຊຸມສອງຝ່າຍ ທີ່ໂຮງແຮມຄາເປວລາ ຢູ່ເກາະເຊນໂຕຊາ ນອກຝັ່ງທາງທິດໃຕ້ຂອງສິງກະໂປ ເມື່ອເວລາ 09:00 ຕາມເວລາທ້ອງຖິ່ນ ເຊິ່ງເປັນການຮ່ວມກັນສ້າງປະຫວັດສາດທີ່ຜູ້ນຳສະຫະລັດ ອາເມຣິກາ ແລະ ຜູ້ນຳສູງສຸດຂອງເກົາຫຼີເໜືອຄົນທຳອິດ ທີ່ພົບປະເຈລະຈາກັນຢ່າງເປັນທາງການຂະນະຢູ່ໃນຕຳແໜ່ງ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEiVtJrXGLMHdgAyH1mcPSRDz8srjd8-8-7uS6GPIErtVSYayJxVOwQhqhTkF2t0fqXyRRnO68pNQqzBabW3AAJp-LxWueLO1FAyzwpz3N2XB5LMNLdkLhgKuiQw7Tp8fhh4iQBRsQN0MnI/s1600/1379.jpg)
ເຊິ່ງຜູ້ນຳສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຍ່າງອອກມາຈາກຄົນລະຝາກ ແລ້ວຈັບມືກັນທີ່ເບື້ອງຫຼັງເປັນສາກປະດັບດ້ວຍທຸງຊາດຂອງທັງສອງປະເທດ ກ່ອນທີ່ທັງສອງຈະເດີນຄູ່ກັນໄປຍັງຫ້ອງທີ່ລັດຖະບານສິງກະໂປຈັດກຽມໄວ້ໃຫ້ສຳລັບການປຶກສາຫາລື ແລະ ອະນຸຍາດໃຫ້ສື່ມວນຊົນທີ່ໄດ້ຮັບຄັດເລືອກບັນທຶກພາບເລັກນ້ອຍ ກ່ອນຈະປິດປະຕູເພື່ອໂອ້ລົມກັນແບບຕົວຕໍ່ຕົວ ແລະ ຕ່າງຝ່າຍຕ່າງມີພຽງລາມຕິດຕາມມາຝ່າຍລະ 1 ຄົນເທົ່ານັ້ນ ເຊິ່ງຄາດວ່າຈະໃຊ້ເວລາປະມານ 1-2 ຊົ່ວໂມງ ແລ້ວຈິ່ງອະນຸຍາດໃຫ້ຄະນະຂອງທັງສອງຝ່າຍເຂົ້າຮ່ວມນຳຕໍ່ໄປ, ໂດຍທ່ານ ໂດໂນ ທຣຳ ກ່າວລະຫວ່າງທີ່ສື່ມວນຊົນກຳລັງບັນທຶກພາບວ່າ ທ່ານຄາດຫວັງທີ່ຈະສ້າງສາຍພົວພັນອັນດີກັບເກົາຫຼີເໜືອ, ສ່ວນທ່ານ ຄິມ ຈອງ-ອຶນ ກ່າວວ່າກອງປະຊຸມຄັ້ງນີ້ເກີດຂຶ້ນໄດ້ ແມ່ນເປັນຜົນມາຈາກທີ່ທັງສອງປະເທດກ້າວຂ້າມຜ່ານອຸປະສັກໃນອະດີດ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhsrqjNTwrTmmCTvTv0q-N-IvAwJ7k_1FgJQyITGyosyTujoyv_s_UuqrOO8wf0TZemJ_th6c2xe_MKL7co8RBYVDgiNlTvDfH_06WCJRSclPteYLPBgVk7Kh5Og6ZZZd6PRLFZo4Gn1ns/s1600/1380.jpg)
ຂະນະທີ່ກ່ອນຈະເຖິງເວລາການພົບປະຫາລືທ່ານ ໂດໂນ ທຣຳ ກ່າວວ່າທ່ານມີຄວາມເຂົ້າໃຈດີວ່າ ການເຈລະຈາຄັ້ງນີ້ສົມຄວນເດີນໜ້າຕໍ່ໄປ ແລະ ມີຄວາມເປັນໄປໄດ້ທີ່ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຈະບັນລຸຂໍ້ຕົກລົງຮ່ວມກັນ, ໃນດ້ານຂອງສຳນັກຂ່າງກາງເກົາຫຼີ (KCNA) ລາຍງານເມື່ອວັນຈັນທີ່ຜ່ານມາວ່າ ທ່ານພົບປະກັບຜູ້ນຳສະຫະລັດ ອາເມຣິກາ ຈະເປັນການແລກປ່ຽນຄວາມຄິດເຫັນໃນຫຼາຍບັນຫາ ແລະ ເລິກເຊິງ ກ່ຽວກັບການເສີມສ້າງສາຍພົວພັນຂອງສອງຝ່າຍໃນຮູບແບບໃໝ່ ບໍ່ວ່າຈະເປັນກົນໄກການສ້າງສັນຕິພາບຢ່າງຖາວອນ ແລະ ຍືນຍົງຢູ່ແຫຼມເກົາຫຼີ, ຂະບວນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ອີກຫຼາຍບັນຫາທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.