Top Ad

header ads

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ກັກສອງຫົວໂຈກທີ່ເຄື່ອນໄຫວສໍ້ໂກງຊັບ ປະຊາຊົນໂດຍແອບອ້າງວ່າເປັນພະນັກງານຂອງລັດ




ເຈົ້າໜ້າທີ່ ປ ກ ສ ແຂວງຈຳປາສັກກັກສອງຫົວໂຈກທີ່ເຄື່ອນໃຫວສໍ້ໂກງຊັບຂອງປະຊາຊົນ ໂດຍແອບອ້າງວ່າເປັນພະນັກງານຂອງລັດ ສາມາດແລ່ນຄະດີໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໃດ້ ໂດຍສະເພາະແມ່ນຄະດີຢາເສບຕິດຊື່ງເຍື່ອຕ້ອງໃດ້ເສຍເງີນຄ່າແລ່ນຈຳນວນ100000ບາດ ຕໍ່ຜູ່ຕ້ອງຫາໜື່ງຄົນຫຼືຫຼາຍກ່ວານັ້ນ ຄືໃນຄັ້ງ ວັນທີ25/5/2018 ເຈົ້າໜ້າທີ່ສືບສວນ ສອບສວນແຂວງໃດ້ກັກຕົວນາງແຖມ ອາຍຸ 58 ປີ ກຳມະກອນ ບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ແລະໃນຄັ້ງວັນທີ 6/6/2018ໃດ້ກັກຕົວທ້າວສົມໄຊອາຍຸ 45 ປີ ກຳມະກອນ (ແລ່ນສາມລໍ້) ຢູ່ບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ ຜ່ານການສອບສວນຂອງເຈົ້າໜ້າທີ່ພວກກ່ຽວສາລະພາບວ່າ ຜ່ານມານາງ ແຖມແມ່ນເຄີຍຖືກດັດສ້າງຢູ່ຄຸມຂັງ ແຂວງຈຳປາສັກຂໍ້ຫາລັກຊັບພົນລະເມືອງ (ລັກງົວຄວາຍ) ຈື່ງຮູ້ຈັກກັບຜູ້ຕ້ອງຫາຄະດີຢາເສບຕິດ



ພາຍຫຼັງພົ້ນໂທດຈື່ງໃດ້ຮູ້ກັບທ້າວສົມໄຊທັງສອງຈື່ງໃດ້ປຶກສາ ແລະຮ່ວມກັນວາງແຜນແລ້ວເຄື່ອນໄຫວໂດຍນາງແຖມເປັນຜູ່ຊອກ ແລະຕິດຕໍ່ພົວພັນກັບເຫຍື່ອ(ຍາດພີ່ນອ້ງຂອງຕ້ອງຫາ)ສ່ວນທ້າວສົມໄຊອ້າງຕົນວ່າເປັນເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ໄອຍະການ, ເຈົ້າໜ້າທີ່ສານເພື່ອສ້າງຄວາມເຊື່ອໝັ້ນໃຈໃຫ້ກັບເຍື່ອແລ້ວຍອມມອບເງີນໃຫ້ພວກກ່ຽວ



ຕໍ່ກັບເຫດການດັ່ງກ່າວມັນໃດ້ສ້າງຄວາມເຊື່ອມເສຍໃຫ້ແກ່ການຈັດຕັ້ງຂອງລັດ, ພະນັກງານລັດຕະຫຼອດຮອດພໍ່ແມ່ປະຊາຊົນຜູ່ທີ່ຕົກເປັນເຫຍື່ອ ສ້າງຄວມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ເຈົ້າໜ້າທີ່ ປ ກ ສ ແຂວງຈຳປາສັກຂໍແຈ້ງໃຫ້ທຸກພາກສ່ວນໃນສັງຄົມຈົ່ງມີສະຕິບໍ່ໃຫ້ຫຼົງເຊື່ອ  ຖ້າຫາກມີປະກົດການດັ່ງກ່າວກໍ່ໃຫ້ລາຍງານຕໍ່ເຈົ້າໜ້າທີ່ ຕາມກົດໝາຍແລ້ວການຮັບສີນບົນແລະການໃຫ້ສີນບົນກໍມີຄວາມຮັບຜິດຊອບທາງອາຍາ ຖ້າຫາກທ່ານໃດຫຼືການຈັດຕັ້ງໃດຫາກຕົກເປັນເຍື່ອແຕ່ຍັງບໍ່ທັນໃດ້ຮັບຄວາມເປັນທຳກໍ່ໃຫ້ມາແຈ້ງຄວາມຫຼືຕອບສະໜອງຂໍ້ມູນໃຫ້ເຈົ້າໜ້າທີ່ສືບສວນສອບສວນ ປ ກ ສ ແຂວງຈຳປາສັກຫຼືໂທຕິດຕໍ່ເບີ 02055632424,02955336364 (ຂອບໃຈ)


ທີ່ມາ: ປກສ ແຂວງຈຳປາສັກ
Ad