Top Ad

header ads

ເສົ້າ!! ຫນ່ວຍຊິລ ສິ້ນໃຈ 1ຄົນ ໃນຖໍ້າຫລວງ ດຳນໍ້າດົນຈົນຫມົດສະຕິ


ຫນ່ວຍຊິລເສຍຊີວິດ 1ຄົນ ລະຫວ່າງເຂົ້າໄປຊ່ວຍເຫລືອ 13ຊີວິດຕິດຖໍ້າຫລວງ ຫລັງດດຳນໍ້າດົນຈົນຫມົດສະຕິ
ເມື່ອວັນທີ 6ກໍລະກົດ ແຫລ່ງຂ່າວຈາກທີມຄົ້ນຫາຫມູປ່າລະບຸວ່າ: ຂະນະນີ້ທາງຈ່າເອກຫນ່ວຍຊີລ ທັບເຮືອ ໄດ້ເສຍຊີວິດລົງກາງ ຖໍ້າຫລວງ ຫລັງດຳນໍ້າດົນ ແລະ ຫມົດສະຕິ ໂດຍກ່ອນເສຍຊີວິດໄດ້ລຳລຽງຂວດອາກາດ ຈາກໂຖງ 3ໄປ ສາມແຍກ
ສຳລັບຈ່າເອກ ສະມານ ກຸນັນ ນັກທຳລາຍໃຕ້ນໍ້າ ຈູ່ໂຈມນອກລາຊະການ ເຊິ່ງເປັນນັກທຳລາຍໃຕ້ນໍ້າຈູ່ໂຈມລຸ້ນ 30 ອາຍຸ 38ປີ ປົກກະຕິເປັນເຈົ້າຫນ້າທີ່ຕະເວນລະງັບເຫດຝ່າຍ ລປພ ເດີນບິນສຸວັນນະພູມ ທ່າອາກາດສະຍານໄທ
ທັງນີ້ຈ່າເອກ ສະມານ ຮັບພາລະກິດວັນທີ 5ກໍລະກົດ ໃຫ້ລຳລຽງຂວດອາກາດ ຈາກໂຖງ3 ໄປຍັງຈຸດຕ່າງໆບໍລິເວນສາມແຍກ ເລີ່ມດຳນໍ້າເມື່ອເວລາ 20:37ນາທີ ເມື່ອສຳເລັດພາລະກິດ ຂະນະດຳນໍ້າກັບ ໄດ້ຫມົດສະຕິໃນນໍ້າ ຄູ່ດຳນໍ້າໄດ້ເຮັດການປະຖົມ ພະຍາບານ CPR ແຕ່ບໍ່ໄດ້ສະຕິ ຈື່ງນຳກັບມາຍັງຫ້ອງໂຖງສາມເພື່ອປະຖົມພະຍາບານອີກຄັ້ງ ແຕ່ຈ່າເອກກໍ່ບໍ່ໄດ້ສະຕິ ແລະ ເສຍຊີວິດລົງເວລາປະມານ 01:00ນາທີ ຈຶ່ງໄດ້ນຳພາຮ່າງອອກມາຮອດຫນ້າຖໍ້າ ແລະ ສົ່ງໄປຍັງໂຮງຫມໍ
ດ້ານ ພ.ລ.ຕ ອາພາກອນ ຢູ່ຄົງແກ້ວ ຜູ້ບັນຊາການຫນ່ວຍຊິລ ກ່າວເຖິງກໍລະນີດັ່ງກ່າວວ່າ: ເປັນເລື່ອງຍືນຍັນວ່າເຮົາຖືກຝຶກງານ ໃຫ້ຢູ່ໃນພາວະຄວາມສ່ຽງຕະຫລອດເວລາ ບໍ່ວ່າຈະເຈັບປ່ວຍເສຍຊີວິດ ກໍ່ຖືວ່າເປັນເລື່ອງທີ່ພວກເຮົາຕ້ອງປະເຊີນຢູ່ແລ້ວ ພວກເຮົາຝຶກມາແນວນີ້ ເຮົາບໍ່ເຄີຍຂວັນເສຍກຳລັງພົນຂອງເຮົາຮຶກເຮີມ ແລະ ຈະບໍ່ໃຫ້ກຳລັງພົນເສຍກຳລັງໃຈ
Ad