Top Ad

header ads

ເຊື່ອງຢາບ້າເກືອບ 6 ແສນເມັດໄວ້ປ່າຊ້າ ກຽມສົ່ງປະເທດໃກ້ຄຽງ ສຸດທ້າຍໄປບໍ່ລອດ



ເຈົ້າໜ້າທີ່ທະຫານຊາຍແດນກອງ ຄ 123 ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຢຶດຢາບ້າເກືອບ 600.000 ເມັດ ທີ່ຖືກຊຸກເຊື່ອງໄວ້ ຢູ່ປ່າຊ້າເຂດບ້ານຫ້ວຍທຸຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມກັກຕົວຜູ້ຖືກຫາ 2 ຄົນ ໃນທ້າຍເດືອນມິຖຸນາທີ່ຜ່ານມາ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານວ່າ ຈະມີຄົນຈໍານວນໜຶ່ງຊຸກເຊື່ອງຢາເສບຕິດຢູ່ແຄມນ້ຳຂອງເຂດປ່າຊ້າ ບ້ານຫ້ວຍທຸຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະກໍາລັງຈະເຄື່ອນຍ້າຍອອກ. ດັ່ງນັ້ນ, ເຈົ້າໜ້າທີ່ທະຫານຊາຍແດນກອງ ຄ 123 ໄດ້ສົມທົບກັບອຳນາດການປົກຄອງບ້ານລົງໄປກວດສອບສະຖານທີ່ດັ່ງກ່າວ, ພໍໄປຮອດ, ກໍພົບເຫັນຊາຍ 2 ຄົນທ່າທາງມີພິລຸດ. ດັ່ງນັ້ນ, ຈຶ່ງກັກຕົວຊາຍທັງສອງຄົນໄວ້ ພ້ອມທັງກວດຄົ້ນບໍລິເວນໃກ້ຄຽງ ແລະພົບເຫັນຖົງເປ້ບາໂລ 3 ຖົງ ຖືກຊຸກເຊື່ອງຢູ່ໃນປ່າຊ້າເຂດ. ພາຍໃນເປ້ບາໂລດັ່ງກ່າວ, ມີຢາເສບຕິດປະເພດຢາບ້າ ຈຳນວນ 297 ມັດ ເທົ່າກັບ 594.000 ເມັດ. ດັ່ງນັ້ນ, ເຈົ້າໜ້າທີ່ທະຫານ ຈຶ່ງໄດ້ສົ່ງຕົວຊາຍສອງຄົນພ້ອມທັງຂອງກາງ ໃຫ້ກັບເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ເພື່ອດຳເນີນຄະດີ.

ຜ່ານການສືບສວນ-ສອບສວນຈຶ່ງຮູ້ວ່າ: ທັງສອງຄົນ ຊື່ ທ້າວ ແຊງໂຟ ແຊ່ຜານ ອາຍຸ 62 ປີ ແລະທ້າວ ຈຽວຈິງ ແຊ່ຟຸ່ງ ອາຍຸ 45 ປີ ຢູ່ບ້ານຫ້ວຍແມງ ເມືອງປາກທາ ແຂວງບໍ່ແກ້ວ. ໃນເບື້ອງຕົ້ນ, ພວກກ່ຽວໃຫ້ການວ່າເປັນພຽງຜູ້ຮັບຈ້າງຂົນສົ່ງໃຫ້ຄົນປະເທດເພື່ອນບ້ານເທົ່ານັ້ນ, ເຊິ່ງຈະໄດ້ຄ່າຈ້າງເປັນເງິນ ຈຳນວນ 150.000 ບາດ ແລະຈະນໍາເອົາຢາເສບຕິດດັ່ງກ່າວໄປສົ່ງໃຫ້ຜູ້ຮ່ວມຂະບວນການຢູ່ປະເທດເພື່ອນບ້ານທີສາມແຕ່ຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການຕື່ມອີກ.
ນສພ ຄວາມສະຫງົບ


ທີ່ມາ: ນສພ ຄວາມສະຫງົບ
Ad